Saturday, July 27, 2024
Homeແຈ້ງການສໍາຄັນສະພາບອາກາດ ວັນທີ 18 ມີນາ 2024

ສະພາບອາກາດ ວັນທີ 18 ມີນາ 2024

ສະພາບອາກາດ ເຊົ້າວັນທີ 18 ມີນາ 2024. ຄວາມກົດດັນຕໍ່າຂອງອາກາດ ຮ້ອນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບ ກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນ ອອກພັດປົກຄຸມພາກກາງ ລົງຫາ ພາກໃຕ້. ຊຶ່ງຈະເຮັດໃຫ້ອາກາດຍັງຈະ ເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພພຽງ ບໍລະເວນ. ສ່ວນແຂວງພາກກາງ ແລະ ພາກໃຕ້ ອາກາດຮ້ອນ ຫາ ຮ້ອນ ເອົ້າ, ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຢູ່ໃນແຕ່ລະພາກ. ສໍາລັບນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມ ຂອງຝົນ ເທົ່າກັບ 25%. ອຸນຫະພູມໃນລະຫວ່າງ 25-36 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments