Saturday, July 27, 2024
Homeຂ່າວພາຍໃນຮອງເຈົ້າເມືອງຈຳພອນ ລົງກວດກາການກະກຽມບຸນແຫ່ໜັງສືຜູກໃບລານ

ຮອງເຈົ້າເມືອງຈຳພອນ ລົງກວດກາການກະກຽມບຸນແຫ່ໜັງສືຜູກໃບລານ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາ, ທ່ານ ນາງ ແວວຕາ ອິນສົມບັດ ຮອງເຈົ້າເມືອງຈຳພອນ ໄດ້ລົງຕິດຕາມກວດກາການກະກຽມບຸນປະເພນີແຫ່ໜັງສືຜູກໃບລານ ຫໍໄຕປີດົກ ບ້ານໜອງລຳຈັນ ເມືອງຈຳພອນ ຕິດພັນກັບການເປີດປີ ທ່ອງທ່ຽວຂອງເມືອງ ທີ່ຈະຈັດຂຶ້ນໃນວັນທີ 23-25 ມີນາ 2024 ນີ້.

ການຫາກະກຽມງານເປີດປີທ່ອງທ່ຽວລາວ 2024 ທີ່ເມືອງຈຳພອນຄັ້ງນີ້, ການນຳເມືອງພ້ອມດ້ວຍປະຊາຊົນ ກໍໄດ້ມີການສ້າງຂະບວນການລວມ ເປັນຕົ້ນ ການສ້ອມແປງເສັ້ນທາງຕ່າງໆ ແລະ ປະ ດັບປະດາປະຕູໂຂງທາງເຂົ້າເມືອງຈຸດບ້ານຫລັກ 35, ຈຸດທາງເຂົ້າບ້ານດົງເມືອງ ແລະ ຈຸດທາງເຂົ້າບ້ານທວດ. ນອກນັ້ນ, ພາຍໃນງານຍັງຈະໄດ້ຊົມຂະບວນສິລະປະຂອງນ້ອງນັກຮຽນ 5 ຂະບວນຟ້ອນຂອງຊົນເຜົ່າຜູ້ໄທ ແລະ ລຳຄອນສະຫວັນເອກະລັກເມືອງ, ຊົມການວາງສະແດງສິນຄ້າກະສິກຳ-ຫັດຖະກຳ 14 ກຸ່ມບ້ານຂອງເມືອງຈຳພອນ ເປັນຕົ້ນ ສາດຜືບ້ານເຫລົ່າໜາດ, ຫວາຍບ້ານເຫລົ່າຫົວຄຳ, ປາແດກບ້ານດອນແດງ ແລະ ດອນແຍງ, ເຕົາປະຢັດບ້ານບຶກທົ່ງ, ທູບຫອມບ້ານນົກກົກ, ນ້ຳຢາພື້ນເມືອງທ່ານໝໍສີທຸ່ຍ, ເກືອກາໄຊ ແກ້ງກອກ.

ພ້ອມນີ້, ຍັງໄດ້ກະກຽມທາງດ້ານສະຖານທີ່ທ່ອງທ່ຽວ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ແຫລ່ງທ່ອງທ່ຽວທາງດ້ານວັດທະທຳ ແລະ ປະຫວັດສາດ ເຊັ່ນ: ຫໍໄຕປີດົກບ້ານໝອງລຳຈັນ, ວັດເກົ່າບ້ານຕາແຫລວ ແລະ ວັດທາດກູ່ ບ້ານສີທອງ ແລະ ແຫລ່ງທ່ອງທ່ຽວທຳມະຊາດ ປະກອບມີ ແຫລ່ງທ່ອງທ່ຽວດົງລີງ ບ້ານດົງເມືອງ, ໜອງປາຝາ ບ້ານດອນແດງ, ແຂ້ນ້ຳຈືດ ບ້ານຕານສຸມ ແລະ ອ່າງເກັບນ້ຳຝາຍສຸຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments