Saturday, July 27, 2024
Homeຂ່າວພາຍໃນພົບພະພຸດທະຮູບເກົ່າແກ່ທີ່ເມືອງຕົ້ນເຜິ້ງ

ພົບພະພຸດທະຮູບເກົ່າແກ່ທີ່ເມືອງຕົ້ນເຜິ້ງ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 16 ມີນາ 2024 ນີ້, ພະເຖຣານຸເຖຣະ, ອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນບ້ານໃຫຍ່ ຕົ້ນເຜິ້ງ ເມືອເຜິ້ງ ຈັດພິທີສົມມາຄາລະວະຄອບໄຂວ່ ມະເຫສັກ ເຈົ້າຖິ່ນເຈົ້າຖານ ເພື່ອດຳເນີນການຂຸດຄົ້ນເອົາວັດຖຸຮານ ຢູ່ເຂດຫາດແມ່ນໍ້າຂອງຕໍ່ໜ້າດອນເຜິ້ງຄຳ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ເນື່ອງຈາກໃນ ວັນທີ 11 ມີນາ ຜ່ານມາ, ວັດທອງທິບ ບ້ານໃຫຍ່ ຕົ້ນເຜິ້ງ ໄດ້ພົບສຽນພະພຸດທະຮູບ ແລະ ພະພຸດທະຮູບອົງນ້ອຍທີ່ບໍ່ມີສຽນ ໃນຂະນະທີ່ນາຍຊ່າງພວມປັບຫີນແຮ່ ເພື່ອປູເສັ້ນທາງເປຕົງຂອງວັດ, ສຽນພະພຸດທະຮູບດັ່ງກ່າວແມ່ນຕິດມາໃນກອງແຮ່ຊາຍທີ່ບໍລິສັດຂົນສົ່ງແຫ່ຊາຍນໍາໄປຖອກໃຫ້ທາງວັດ.

ການດຳເນີນການຂຸດຄົ້ນໃນຄັ້ງນີ້, ປະຊາຊົນບ້ານໃຫຍ່ຕົ້ນເຜິ້ງ ໄດ້ໃຊ້ຈັກສູບນໍ້າອອກຈາກຄູກັ້ນນໍ້າ ເພື່ອສະດວກໃນຂຸດຄົ້ນ, ໃນລະຫວ່າງທີ່ພວມສູບນໍ້າ ແລະ ກວດກາເບິ່ງພື້ນທີ່ເບື້ອງຕົ້ນ ເພື່ອລໍຖ້າວິຊາການຂຸດຄົ້ນຢູ່ນັ້ນ ປະຊາຊົນໄດ້ລົງງົມຫາອົງພະຢູ່ຈຸດທີ່ມີເສດເສົາວິຫານເກົ່າ ແລະ ພົບເຫັນຢູ່ຈຸດດັ່ງກ່າວ ໂດຍປະຊາຊົນໄດ້ຊ່ວຍກັນຍົກຂຶ້ນມາຈາກນໍ້າ ເຊິ່ງພະພຸດທະຮູບອົງດັ່ງກ່າວ, ແມ່ນພະພຸດທະຮູບປາງມາຣະວິໄຊ, ບໍ່ມີເກດໂມລີ, ຂະໜາດລວງສູງລວມ 1,16 ແມັດ, ລວມສູງສະເພາະອົງພະສູງ 80 ຊັງຕີແມັດ, ບ່າໄຫລ່ກວ້າງ 56 ຊັງຕີແມັດ, ໜ້າຕັກກວ້າງ 88 ຊັງຕີແມັດ, ຖ້ານຮອງນັ່ງສູງ 6, 5 ຊັງຕີແມັດ, ກວ້າງ 86 ຊັງຕີແມັດ.

ຈາກນັ້ນ, ກໍໄດ້ສືບຕໍ່ຂຸດຄົ້ນ ແລະ ພົບພະພຸດທະຮູບເກົ່າແກ່ອົງອື່ນໆ ເຊິ່ງນໍາໄປປະດິດສະຖານໄວ້ທີ່ວັດທອງທິບ ພັດທະນາຣາມ ບ້າຍໃຫຍ່ຕົ້ນເຜິ້ງ ແລະ ໃນວັນທີ 17 ມີນາ ນີ້, ແມ່ນໄດ້ສືບຕໍ່ສູບນໍ້າອອກຈາກຄູກັ້ນນໍ້າ ແລະ ດຳເນີນການຂຸດຄົ້ນຕໍ່ໄປ.

ຂ່າວ-ພາບ: ອຸໄທ ພູມມາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments