Home ຂ່າວໜ້າໜຶ່ງ ຜູ້ແທນລະດັບສູງຈາກສະຫະພາບເອີຣົບ ລົງຢ້ຽມຢາມໂຮງຮຽນປະຖົມ

ຜູ້ແທນລະດັບສູງຈາກສະຫະພາບເອີຣົບ ລົງຢ້ຽມຢາມໂຮງຮຽນປະຖົມ

0

ວັນທີ 14 ມີນາ 2024 ຜູ້ແທນລະດັບສູງຈາກສະຫະພາບເອີຣົບ, ການນໍາລະດັບສູງຈາກກະຊວງສຶກສາທິການ ແລະ ກິລາ ແລະ ອົງການຢູນີເຊັບ ປະຈໍາ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມ ເພື່ອຮ່ວມກັນສະເຫຼີມສະຫຼອງຜົນສຳເລັດຂອງຖານຂໍ້ມູນການຮຽນການສອນ “ຄັງປັນຍາລາວ” ເເລະ ການຮ່ວມມືໃນດ້ານສຶກສາ ໂດຍແນໃສ່ເສີມຂະຫຍາຍໝາກຜົນທາງດ້ານການສຶກສາ ​ຜ່ານ​ການຄຸ້ມຄອງ ແລະ ການຕິດຕາມຂໍ້ມູນ ພ້ອມ​ທັງການກໍານົດນະໂຍບາຍທີ່ດີກວ່າ​. ງານດັ່ງກ່າວເເມ່ນໄດ້ຮັບກຽດເຂົ້າຮ່ວມໂດຍ ຄະນະກຳມາທິການ ການຮ່ວມມືສາກົນ ຂອງເອີຣົບ, ທ່ານ ນາງ ຢຸດຕາ ອູພິໄລແນັນ, ພ້ອມດ້ວຍ ທ່ານ ຮສ. ປອ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປລາວ ແລະ ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການ
ຢູນິເຊັບ ປະຈຳ ສປປລາວ.

ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ທ່ານ ນາງ ຢຸດຕາ ອູພິໄລແນັນ ໄດ້ມອບເຄື່ອງແທັບແລັດໃຫ້ເກ່ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ແລະ ໂຮງຮຽນປະຖົມທີ່ໄດ້ລົງຢ້ຽມຢາມໃນຄັ້ງນີ້ ເພື່ອເປັນການສະແດງໃຫ້ເຫັນເຖິງຜົນປະໂຫຍດຂອງການຫັນເປັນດີຈີຕອນ ເເລະ ການນຳໃຊ້ເຄື່ອງມືດີຈີຕອນໃນການສຶກສາ ເພື່ອເສີມສ້າງການຮຽນຮູ້ສໍາລັບນັກຮຽນ ແລະ ພັດທະນາທັກສະຂອງຄູອາຈານ.

ທ່ານ ນາງ ຢຸດຕາ ອູພິໄລແນັນ, ຄະນະກຳມາທິການ ການຮ່ວມມືສາກົນ ຂອງເອີຣົບ, ໄດ້ຍົກຍ້ອງ ໂຄງການລິເລີ້ມດັ່ງກ່າວ ເເລະ ກ່າວວ່າ: “ຄັງປັນຍາລາວ” ເປັນຕົວຢ່າງຂອງຜົນສໍາເລັດທີ່ສະແດງໃຫ້ເຫັນວ່າ ການຮ່ວມມື ແລະ ນະວັດຕະກໍາ ສາມາດນໍາໄປສູ່ການແກ້ໄຂສິ່ງທ້າທາຍ ທີ່ ທັງນັກຮຽນ ແລະ ຄູສອນໄດ້ປະເຊີນໜ້າຢູ່. ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ເຫັນຄວາມຄືບໜ້າຂອງວຽກງານການສຶກສາ ໃນ ສປປ ລາວ ຜ່ານການຮ່ວມມືກັບ ສະຫະພາບເອີຣົບ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາລະບົບການສຶກສາທີ່ມີຄວາມຍືດຢຸ່ນ ແລະ ມີຄວາມກວມລວມທີ່ກວ້າງຂວາງ, ພ້ອມຍັງ ສອດຄ່ອງກັບບັນດາບູລິມະສິດຂອງປະເທດ ແລະ ຍຸດທະສາດການລົງທຶນ ຂອງ ສະຫະພາບເອີຣົບ.”

ໃນປີ 2021, ກະຊວງສຶກສາທິການ ແລະ ກິລາ ໄດ້ພັດທະນາ “ຄັງປັນຍາລາວ”  ຂຶ້ນ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ກັບການສຶກສາ ໃນ ສປປ ລາວ. ໃນປັດຈຸບັນ, “ຄັງປັນຍາລາວ” ໄດ້ມີຜູ້ທີ່ລົງທະບຽນນໍາໃຊ້ແລ້ວ ຫຼາຍກວ່າ 140,000 ຄົນ. ໂຄງການລິເລີ່ມນີ້ ໄດ້ຮັບການສະຫນັບສະຫນູນດ້ານງົບປະມານຈາກ ສະຫະພາບເອີຣົບ ເເລະ ເປັນສ່ວນຫນຶ່ງຂອງໂຄງການ ສ້າງຖານຂໍ້ມູນການຮຽນຮູ້ (Learning Passport) ຂອງ ອົງການຢູນິເຊັບ ທີ່ສ້າງຂື້ນຮ່ວມກັບ ບໍລິສັດ Microsoft, ໄດ້ຊ່ວຍຮັບປະກັນການຮຽນຮູ້ຢ່າງຕໍ່ເນື່ອງ ສໍາລັບນັກຮຽນແຕ່ ຫ້ອງກຽມປະຖົມ ຈົນເຖິງຂັ້ນ ມ.7 ແລະ ປັບປຸງຄວາມຮູ້ທາງດ້ານດີຈີຕອນ ໃນກຸ່ມນັກຮຽນ ເເລະ ຄູອາຈານ.

ທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ໄດ້ຍົກໃຫ້ເຫັນເຖິງບົດບາດຂອງ “ຄັງປັນຍາລາວ” ໃນການແກ້ໄຂບັນຫາການເຊື່ອມສານທາງດ້ານດີຈີຕອນ: “ຄັງປັນຍາລາວ” ເປັນຫຼັກຖານທີ່ຢັ້ງຢືນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ໃນການຮັບປະກັນໃຫ້ເດັກທຸກຄົນ, ບໍ່ວ່າພວກເຂົາຈະຢູ່ເຂດຕົວເມືອງ ຫຼື ຊົນນະບົດ, ໃຫ້ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບໄດ້. ພວກເຮົາຂໍສະເເດງຄວາມຂອບໃຈຕໍ່ບັນດາຄູ່ຮ່ວມພັດທະນາຂອງພວກເຮົາ ທີ່ໄດ້ໃຫ້ການສະຫນັບສະຫນູນເພື່ອເຮັດໃຫ້ວິໄສທັດນີ້ກາຍເປັນຄວາມຈິງໄດ້.”

ໂຄງການ ສ້າງຖານຂໍ້ມູນການຮຽນຮູ້ (Learning Passport) ຂອງ ອົງການຢູນິເຊັບ ໄດ້ຖືກຮັບການຍ້ອງຍໍວ່າເປັນໜຶ່ງໃນສິ່ງປະດິດທີ່ມີນະວັດຕະກຳທີ່ສຸດ ໂດຍ ວາລະສານ TIME ໃນປີ 2021 ແລະ ຍັງເປັນຜູ້ເຂົ້າຮອບສຸດທ້າຍສຳລັບ ລາງວັນ Education and Developing-World Technology ໃນ ວາລະສານ Fast Company’s 2021 World Changing Ideas, ເຊິ່ງໄດ້ສະແດງໃຫ້ເຫັນທ່າແຮງຂອງໂຄງການດັ່ງກ່າວ ເພື່ອເປັນວິທີການແກ້ໄຂສິ່ງທ້າທາຍດ້ານການສືກສາໃນລະດັບໂລກ ໃນດ້ານການຮັບປະກັນການຮຽນເເບບຕໍ່ເນື່ອງ, ການປັບປຸງຄຸນນະພາບການສຶກສາ ເເລະ ການສ້າງທັກສະ.

ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າຈາກ ອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ຢືນຢັນຄືນເຖິງຄຳໝັ້ນສັນຍາຂອງ ອົງການຢູນິເຊັບ ໃນການສະໜັບສະໜູນນະວັດຕະກຳດ້ານການສຶກສາ ເພື່ອຮັບປະກັນວ່າເດັກທຸກຄົນຈະໄດ້ຮັບການສຶກສາທີ່ດີ: “ຜົນສຳເລັດຂອງ ຄັງປັນຍາລາວ ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງເຖິງພະລັງແຫ່ງການຮ່ວມມື ແລະ ເຕັກໂນໂລຊີ ໃນການໝູນໃຊ້ຄວາມຮູ້ດ້ານວິທະຍາສາດການຮຽນຮູ້, ຕັ້ງແຕ່ຊັ້ນກຽມປະຖົມ ເຖິງ ຊັ້ນມັດທະຍົມຕອນຕົ້ນ, ເພື່ອເສີມຂະຫຍາຍໝາກຜົນທາງດ້ານການສຶກສາ. ອົງການຢູນິເຊັບ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງການຫັນປ່ຽນດ້ານການສຶກສາ ທີ່ມີທ່າແຮງໃນການຮັບປະກັນໃຫ້ເດັກນ້ອຍທຸກຄົນມີໂອກາດໃນການຮຽນຮູ້ ແລະ ຈະເລີນເຕີບໂຕ.”

ການຢ້ຽມຢາມໃນຄັ້ງນີ້ ເປັນການສະເຫຼີມສະຫຼອງຜົນສຳເລັດຮ່ວມກັນໃນການພັດທະນາການສຶກສາດ້ານດີຈີຕອນໃນ ສປປ ລາວ ແລະ ການວາງທິດທາງໃນການພັດທະນາ ນະວັດຕະກຳດ້ານການສຶກສາໃນຂ້າງຫນ້າ, ໂດຍມີເປົ້າຫມາຍໃນການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຄົນ​ຮຸ່ນໃໝ່ ໃຫ້ພວກເຂົາ​ມີ​ທັກ​ສະ ​ແລະ ​ຄວາມ​ຮູ້​ເພື່ອປະສົບຜົນສໍາ​ເລັດ​ໃນ​ໂລກ​ຍຸກດີ​ຈີ​ຕອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version