Tuesday, May 14, 2024
Homeຂ່າວດ່ວນ2 ປີເຄິ່ງຜ່ານມາ ພະແນກ ຍທຂ ນວ ເອົາໃຈໃສ່ຕໍ່ວຽກງານທີ່ຕົນຮັບຜິດຊອບເປັນຢ່າງດີ

2 ປີເຄິ່ງຜ່ານມາ ພະແນກ ຍທຂ ນວ ເອົາໃຈໃສ່ຕໍ່ວຽກງານທີ່ຕົນຮັບຜິດຊອບເປັນຢ່າງດີ

ເພື່ອພັດທະນາວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ (ນວ) ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງແນໃສ່ພັດທະນາຕົວເມືອງວຽງຈັນໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດ ທະນາດ້ານພື້ນຖານໂຄງລ່າງຄົມມະນາຄົມ ແລະ ເຄຫາສະຖານ, ພະແນກ ຍທຂ ນວ ໄດ້ເອົາໃຈໃສ່ຕໍ່ວຽກງານທີ່ຕົນຮັບຜິດຊອບເປັນຢ່າງດີ ໜຶ່ງໃນນັ້ນວຽກງານຂົວທາງໄດ້ຕິດຕາມກວດກາສະພາບເສັ້ນທາງເປັນປົກ ກະຕິເພື່ອຮັບປະກັນໃຫ້ການສັນຈອນໄປ-ມາມີຄວາມສະດວກດີຕະຫຼອດປີ. ອີງຕາມບົດລາຍງານການສະຫຼຸບຕີລາຄາຈັດຕັ້ງປະຕິບັດວຽກງານ ຍທຂ ໃນໄລຍະຜ່ານມາ, ນັບແຕ່ປີ 2020 ຫາ 2023 (2 ປີເຄິ່ງ) ໃຫ້ຮູ້ວ່າ: ພະແນກ ຍທຂ ນວ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຕິດ ແທດສະມາຊິກພັກ, ພະນັກງານ-ລັດຖະກອນ, ພະນັກງານລັດວິສະຫະກິດຂົງເຂດຂະແໜງການ ຍທຂ ທົ່ວ ນວ ຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ. ໃນນັ້ນ, ຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານທິດສະດີການເມືອງການປົກຄອງ ແລະ ວິຊາສະເພາະເພື່ອສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

ເວົ້າລວມ, ເວົ້າສະເພາະມະຕິ VII ຂອງກອງປະຊຸມອົງຄະນະພັກ ນວ, ມະຕິ VI ຂອງອົງຄະນະພັກກະຊວງ ຍທຂ, ມະຕິ VI ຂອງຄະນະພັກຮາກຖານພະແນກ ຍທຂ ນວ, ເລັ່ງໃສ່ສູ້ຊົນປະຕິບັດມະຕິ 107 ກົມການເມືອງສູນກາງພັກ ວ່າດ້ວຍການພັດທະນາ ນວ ໃນໄລຍະໃໝ່ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ດ້ວຍຄວາມເປັນເຈົ້າການຢ່າງໜັກແໜ້ນ ພ້ອມທັງຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີຄັ້ງທີ IX (2021-2025) ເພື່ອພັດທະນາວຽກງານ ຍທຂ ນວ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງແນໃສ່ພັດທະນາຕົວເມືອງວຽງຈັນໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາດ້ານພື້ນຖານໂຄງລ່າງຄົມມະນາຄົມ ແລະ ເຄຫາສະຖານ. ໃນນັ້ນ, ຂົງເຂດວຽກງານຂົວທາງສາມາດປັບປຸງສ້ອມແປງ ແລະ ກໍ່ສ້າງເສັ້ນທາງໄດ້ຈໍານວນຫຼາຍກິໂລແມັດ, ສາມາດອໍານວຍຄວາມສະດວກໃຫ້ແກ່ການສັນຈອນ, ຂົນສົ່ງສິນຄ້າລະຫ່ວາງຕົວເມືອງຫາຊານເມືອງ, ແກ້ໄຂການສັນຈອນທີ່ແອອັດໃນຕົວເມືອງ, ເອົາໃຈໃສ່ຕິດຕາມກວດກາສະພາບຂອງເສັ້ນທາງເປັນປົກກະຕິ ເພື່ອຮັບປະກັນໃຫ້ແກ່ການສັນຈອນໄປມາມີຄວາມສະດວກດີຕະຫຼອດປີເປັນຕົ້ນ 1). ສ້ອມແປງເສັ້ນທາງຫຼວງແຫ່ງຊາດຂອບເຂດ ນວ ປະກອບມີ 5 ເສັ້ນທາງຄື: ທາງເລກທີ 13 ເໜືອ, ເລກທີ 13 ໃຕ້, ທາງເລກ 11 ເໜືອ ແລະ ເສັ້ນທາງເລກ 10 (ແຕ່ວົງວຽນດອນໜູນຫາສົ້ນຂົວທ່າງ່ອນ), ເສັ້ນທາງ 450 ປີ (ແຕ່ໄຟແດງດົງໂດກຫາທ່ານາແລ້ງ) ລວມມີລວງຍາວທັງໝົດ 185,7 ກິໂລແມັດ ລວມມູນຄ່າ 33,50 ຕື້ກີບ ມາຮອດປັດຈຸບັນສໍາເລັດ 68%; ສືບຕໍ່ສ້ອມແປງບັນດາຈຸດທີ່ເປ່ເພເສຍຫາຍໜັກ, ແກ້ໄຂສຸກເສີນຈາກຜົນກະທົບຜ່ານມາ ເພື່ອເຮັດໃຫ້ການສັນຈອນໄປມາສະດວກ; 2). ສ້ອມແປງເສັ້ນທາງໃນນະຄອນຫຼວງວຽງຈັນ ເພື່ອອໍານວຍຄວາມສະດວກແກ່ການສັນຈອນໂດຍໜ່ວຍງານປົກປັກຮັກສາເສັ້ນທາງຂອງພະແນກ ໜ້າວຽກທີ່ໄດ້ປະຕິບັດແມ່ນຕາບຂຸມດ້ວຍຢາງຂົ້ວ, ປ່ຽນຖ່າຍຝາຕະແກງຂຸມຮັບນ້ຳໜ້າທາງທີ່ຖືກຄົນລັກ, ຝາຂຸມພັກນ້ຳ, ຝາເບຕົງຮ່ອງນ້ຳ, ແກ້ໄຂຮອຍແຕກແຫງຕາມໜ້າທາງໂດຍນໍາໃຊ້ຢາງນໍ້າ CRS2 ຜ່ານມາສາມາດແກ້ໄຂສຸກເສີນໄດ້ດີ; 3). ສ້ອມ ແປງເສັ້ນທາງໂດຍນໍາໃຊ້ງົບປະມານບ້ວງຟື້ນຟູໄພພິບັດ, ບ້ວງເງິນກອງທຶນທາງທີ່ກະຊວງ ຍທຂ ມອບໃຫ້, ບ້ວງເງິນເກີນແຜນຂອງ ນວ ແລະ ບ້ວງງົບປະມານຮັບໃຊ້ກອງປະຊຸມອາຊຽນອະນຸມັດປີ 2023 ລວມທັງ ໝົດ 146 ໂຄງການ ມາຮອດປັດຈຸບັນແມ່ນສຳເລັດ 100%; 4). ປະສານສົມທົບນໍາກະຊວງ ຍທຂ ດໍາເນີນໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກ 13 ເໜືອແຕ່ສີເກີດຫາໂພນໂຮງຍາວ 58 ກິໂລແມັດ, ເສັ້ນທາງເລກ 11 ເໜືອແຕ່ຂົວນໍ້າສັງຫາກົກເຂົ້າດໍ ມີລວງຍາວ 122,5 ກິໂລແມັດ ມາຮອດປັດຈຸບັນປະຕິບັດໄດ້ 100%, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງເຮັດວຽກໄກ່ເກ່ຍຕາມແລວທາງລົດໄຟທີ່ຜ່ານ 4 ເມືອງຂອງ ນວ ມີລວງຍາວ 59,6 ກິໂລແມັດ, ມີຕອນດິນທີ່ຖືກຜົນກະທົບທັງໝົດ 1.523 ຕອນ, ປັດຈຸບັນວຽກໄກ່ເກ່ຍສໍາເລັດ 100%. ສໍາລັບການຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນທີ່ຖືກໂຄງການໃນໄລຍະຜ່ານມາປະຕິບັດໄດ້ 1.378 ຕອນເປັນຈໍານວນເງິນ 706 ຕື້ກວ່າກີບ, ຍັງເຫຼືອອີກ 145 ຕອນ ມູນຄ່າ 182 ຕື້ກວ່າກີບ; 5). ສໍາເລັດໂຄງການກໍ່ສ້າງເສັ້ນທາງເບຕົງແຕ່ບ້ານດົງນາທອງ-ບ້ານໜອງພະຍາລວງຍາວ 7,5 ກິໂລ ແມັດ, ເສັ້ນທາງຕານມີໄຊຫາສີເກີດຍາວ 9,3 ກິໂລແມັດ, ເສັ້ນທາງຮ່ອມ 5 ເຂົ້າສະຖາບັນຍຸຕິທໍາແຫ່ງຊາດ, ຮ່ອມ 7 ບ້ານໂພນພະເນົາ ແລະ ຮ່ອມ 3 ບ້ານດ່ານຊ້າງ; 6). ເອົາໃຈໃສ່ແກ້ໄຂບັນຫານໍ້າຖ້ວມຂັງໃນຕົວເມືອງໂດຍໄດ້ສົມທົບກັບພະແນການທີ່ກ່ຽວຂ້ອງຕ່າງໆ ທີ່ໄດ້ຮັບຜົນກະທົບສຸມກໍາລັງ, ກົນຈັກລົງແກ້ໄຂເພື່ອລະບາຍນໍ້າອອກຢ່າງຮີບດ່ວນ.

ພະແນກ ຍທຂ ນວ ປະກອບມີຄະນະພະແນກ 4 ທ່ານ, ມີ 5 ຂະແໜງການ, 2 ກອງວິຊາການຄື: ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່, ກອງຄຸ້ມຄອງການຂົນສົ່ງໃນຕົວເມືອງ, ຊີ້ນຳ-ນຳພາ 3 ລັດວິສາຫະກິດທີ່ຂຶ້ນກັບ, ມີພະນັກງານ-ລັດຖະກອນທັງໝົດ 316 ທ່ານ ຍິງ 88 ທ່ານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments