Tuesday, October 22, 2024
Homeຂ່າວພາຍໃນມອບ-ຮັບຫ້ອງການສານປະຊາຊົນ ແຂວງອຸດົມໄຊ

ມອບ-ຮັບຫ້ອງການສານປະຊາຊົນ ແຂວງອຸດົມໄຊ

ພິທີມອບ-ຮັບໂຄງການກໍ່ສ້າງຫ້ອງການສານປະຊາຊົນແຂວງ ອຸດົມໄຊ ລະຫວ່າງເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາຂຶ້ນໃນວັນທີ 15 ມີນານີ້, ທີ່ໂຄງການດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ຄູນ ຜາສຸກ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ, ທ່ານ ຄໍາພຽງ ຢ່າຈົ່ງວ້າ ຮອງເລຂາພັກແຂວງ, ມີແຂກເຊີນ ຈາກພະແນກການ ອົງການອ້ອມຂ້າງ ຕະຫຼອດຮອດພະນັກງານພາຍໃນສານປະຊາຊົນເຂົ້າຮ່ວມ.

ໂຄງການກໍ່ສ້າງຫ້ອງການສານປະຊາຊົນແຂວງເປັນອາຄານ 4 ຊັ້ນ ມີຂະໜາດ 16X43 ແມັດ ມີ 30 ກວ່າຫ້ອງ, ມີຫ້ອງເຮັດວຽກ, ຫ້ອງປະຊຸມ ຫ້ອງຕັດສີນຄະດີ ແລະ ຫ້ອງອື່ນໆ, ມີຮົ້ວອ້ອມຫ້ອງການ ແລະ ໄຟຟ້ານ້ຳປະປາຄົບຊຸດ, ລວມມູນຄ່າການກໍ່ສ້າງ ທັງ 21 ຕື້ກວ່າກີບ. ຈາກນັ້ນ, ກໍໄດ້ມີພິທີເຊັນບົດບັນທຶກມອບ-ຮັບ ລະຫວ່າງເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາຢ່າງເປັນທາງການ ໂດຍແມ່ນທ່ານ ວິລັດ ໄຊຍະວົງ ປະທານບໍລິສັດ ແລະ ທ່ານ ທິບພະສອນ ລາດວົງໄຊ ຫົວໜ້າຫ້ອງການສານປະຊາຊົນສູງສຸດ.

ໂອກາດດັ່ງກ່າວ, ທ່ານ ຄໍາພຽງ ຢ່າຈົງວາ ໄດ້ເນັ້ນໃຫ້ຄະນະສານ ກໍຄືພະນັກງານສານທຸກຄົນຈົ່ງເອົາໃຈໃສ່ປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດແກ່ສ່ວນລວມ, ພ້ອມດຽວກັນນັ້ນຄະນະປະທານກໍ່ໄດ້ພ້ອມກັນຕັດແຖບຜ້າ ເພື່ອເປີດການນຳໃຊ້ອາຄານດັ່ງກ່າວຢ່າງເປັນທາງການ.

(ຂ່າວ: ແສງອາທິດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments