Saturday, July 27, 2024
Homeຂ່າວພາຍໃນກອງປະຊຸມສ່ອງແສງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນຂອງຂະແໜງຈັດຕັ້ງ ແລະ ພາຍໃນທົ່ວປະເທດ

ກອງປະຊຸມສ່ອງແສງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນຂອງຂະແໜງຈັດຕັ້ງ ແລະ ພາຍໃນທົ່ວປະເທດ

ວັນທີ 15 ມີນາ ນີ້, ກະຊວງພາຍໃນ ຮ່ວມກັບຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ຂອງຂະແໜງຈັດຕັ້ງ ແລະ ພາຍໃນ ທົ່ວປະເທດ ຂຶ້ນທີ່ ກະຊວງພາຍໃນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາຄະນະພັກ-ລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ຮອງຫົວ ໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາທ່ານຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງເລຂາພັກແຂວງ, ການນໍາຂັ້ນແຂວງ, ຄະນະຈັດຕັ້ງແຂວງ, ຄະນະພະແນກພາຍໃນແຂວງ-ນະຄອນຫຼວງ ໃນທົ່ວປະເທດ ພ້ອມດ້ວຍ ພະນັກງານງານຫຼັກແຫຼ່ງ ຂອງສອງຂະແໜງການ ເຂົ້າຮ່ວມເຊິ່ງໜ້າ ແລະ ວິດີໂອທາງໄກ.

ທ່ານ ທອງຈັນ ມະນີໄຊ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໜ້າທີ່ຄຸ້ມຄອງລັດຖະກອນຂອງຂະແໜງການພາຍໃນ ທົ່ວປະເທດ ຕໍ່ກອງປະຊຸມໂດຍໄດ້ຍົກໃຫ້ເຫັນວ່າໃນໄລຍະຜ່ານມາຂະແໜງການພາຍໃນ ມີພາລະບົດບາດເປັນເສນາທິການໃຫ້ແກ່ພັກ ແລະ ລັດຖະບານ ກ່ຽວກັບວຽກງານຄຸ້ມຄອງລັດຖະກອນໃນຂອບເຂດທົ່ວປະເທດ ຊຶ່ງວຽກງານດັ່ງກ່າວ ໄດ້ຖືກຈັດຕັ້ງປະຕິບັດບົນພື້ນຖານການຜັນຂະຫຍາຍບັນດາແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ຢ່າງມີປະສິດທິພາບ, ພາວະວິໄສ ແລະ ໄດ້ຮັບຜົນສໍາເລັດຫຼາຍດ້ານ ສະແດງອອກໃນການສ້າງ ແລະ ປັບປຸງບັນດາລະບຽບ ກົດໝາຍ ແລະ ນິຕິກໍາຕ່າງໆ ເຊັ່ນ: ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ບັນດາມະຕິ, ຄໍາສັ່ງ, ດໍາລັດ, ຄໍາແນະນໍາ ແລະ ລະບຽບການຕ່າງໆ ທີ່ເປັນນິຕິກໍາລຸ່ມກົດໝາຍ. ພ້ອມກັນນັ້ນ, ຍັງໄດ້ເອົາໃຈໃສ່ໃນການປັບປຸງລະບົບ, ວິທີການ ແລະ ກົນໄກ ປິ່ນອ້ອມຂອງວຽກງານຄຸ້ມຄອງລັດຖະກອນ ຕ່າງໆ ເຊັ່ນ: ລະບົບການສອບເສັງບັນຈຸລັດຖະກອນໃໝ່, ປະເມີນຜົນການຈັດຕັ້ງປະຕິບັດວຽກງານ, ການພັດທະນາ ແລະ ຝຶກອົບຮົມ, ການຄຸ້ມຄອງຂໍ້ມູນລັດຖະກອນ, ການປະຕິບັດນະໂຍບາຍ ແລະ ວຽກງານອື່ນໆ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ພັກ ແລະ ລັດຖະບານມອບໝາຍໃຫ້ ຊຶ່ງເຮັດໃຫ້ວຽກງານຄຸ້ມຄອງລັດຖະກອນຫັນເຂົ້າສູ່ລະບຽບການ, ມີຄວາມເປັນເອກະພາບ, ມີການກໍານົດພາລະບົດບາດ, ແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບລະຫວ່າງກະຊວງພາຍໃນ, ພະແນກພາຍໃນຂັ້ນແຂວງ ແລະ ຫ້ອງການພາຍໃນຂັ້ນເມືອງ ຢ່າງຈະແຈ້ງ ແລະ ເປັນເອກະພາບ ຕາມທິດສາມສ້າງ. ການປະຕິບັດວຽກງານຕົວຈິງ ແມ່ນໄດ້ອີງໃສ່ບັນດານິຕິກໍາເບື້ອງພັກ ແລະ ລັດ ເປັນພື້ນຖານອັນສໍາຄັນ ໂດຍມີການປະສານສົມທົບ ແລະ ສະໜອງຂໍ້ມູນດ້ານວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ກັບບັນດາຂະແໜງການຕ່າງໆ ໂດຍສະເພາະຂະແໜງຈັດຕັ້ງຢ່າງເປັນປົກກະຕິ.

ຫຼັງຈາກນັ້ນ, ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ເສນາທິການຂອງຂະແໜງຈັດຕັ້ງ ໃນວຽກງານຄຸ້ມຄອງພະນັກງານວ່າ: ໄລຍະຜ່ານມາ ການປະຕິບັດໜ້າທີ່ຂອງຂະແໜງຈັດຕັ້ງ ໃນຖານະທີ່ເປັນເສນາທິການກ່ຽວກັບວຽກງານຄຸ້ມຄອງພະນັກງານ ທີ່ລະບຸໃນ ມະຕິຂອງກົມການເມືອງສູນກາງພັກ ເລກທີ 031/ກມສພ ກໍໄດ້ກໍານົດພາລະບົດບາດ, ສິດ, ໜ້າທີ່ ຢ່າງລະອຽດ ແລະ ຈະແຈ້ງ, ແຕ່ໃນການຈັດຕັ້ງປະຕິບັດໃນວຽກງານຕົວຈິງ ພັດຍັງບໍ່ທັນເຂັ້ມງວດໃນການປະຕິບັດໜ້າທີ່, ສິດ ແລະ ຄວາມຮັບຜິດຊອບ ຕາມພາລະບົດບາດຂອງຕົນ ຈຶ່ງເກີດມີຂໍ້ຫຍຸ້ງຍາກ, ບໍ່ທັນກົມກຽວ, ເຊື່ອມຈອດກັນ, ໂດຍສະເພາະ ກົນໄກການປະສານງານຂອງສອງຂະແໜງການ ຢູ່ຂັ້ນທ້ອງຖິ່ນ ຍັງບໍ່ທັນລະອຽດ, ຈຶ່ງເຮັດໃຫ້ເກີດມີຊ່ອງວ່າງໃນການຈັດຕັ້ງວຽກງານຄຸ້ມຄອງພະນັກງານ. ໃນຂອດການຈັດຕັ້ງປະຕິບັດບັນດານິຕິກໍາຂອງຂະແໜງຈັດຕັ້ງ ກ່ຽວກັບວຽກງານຄຸ້ມຄອງພະນັກງານໃນການແຕ່ງຕັ້ງ, ຍົກຍ້າຍພະນັກງານ ທີ່ຂຶ້ນກັບສິດຄຸ້ມຄອງຂອງຄະນະພັກແຕ່ລະຂັ້ນ ເຫັນວ່າ: ຢູ່ຂັ້ນທ້ອງຖິ່ນ ຍັງປະຕິບັດໜ້າທີ່ບໍ່ສອດຄ່ອງ ແລະ ຖືກຕາມພາລະບົດ, ສິດ, ໜ້າທີ່ທີ່ໄດ້ກໍານົດ, ເພາະວ່າການຄົ້ນຄວ້າສັບຊ້ອນ, ແຕ່ງຕັ້ງພະນັກງານຢູ່ບາງບ່ອນ ແມ່ນອີງໃສ່ກົດໝາຍເປັນຫຼັກ ຊຶ່ງບໍ່ທັນໄດ້ລົງເລິກຄົ້ນຄວ້ານິຕິກໍາທີ່ກ່ຽວຂ້ອງເບື້້ອງພັກລະອຽດເທົ່າທີ່ຄວນ.

ນອກຈາກນັ້ນ, ໃນກອງປະຊຸມ ກໍຍັງໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນຈາກຄະນະຈັດຕັ້ງ ແລະ ພະແນກພາຍໃນແຂວງຈາກແຂວງຈໍາປາສັກ, ແຂວງອຸດົມໄຊ, ແຂວງວຽງຈັນ ແລະ ອື່ນໆ ໃນການຈັດຕັ້ງປະຕິບັດໜ້າທີ່ ເປັນເສນາທິການຂອງຂະແໜງຈັດຕັ້ງ ໃນວຽກງານຄຸ້ມຄອງພະນັກງານ ແລະ ການຈັດຕັ້ງປະຕິບັດໜ້າທີ່ ເປັນເສນາທິການຂອງຂະແໜງພາຍໃນ ໃນວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ຢູ່ຂັ້ນທ້ອງຖິ່ນ ຕື່ມອີກ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ສີໄສ ລືເດດມູນສອນ ໃນນາມປະທານກອງປະຊຸມ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ເຖິງບັນຫາຂໍ້ຄົງຄ້າງທີ່ທັງສອງຂະແໜງການຈະໄດ້ພ້ອມກັນສືບຕໍ່ເອົາໃຈໃສ່ປັບປຸງແກ້ໄຂໃຫ້ຂາດຕົວ ຄືດັ່ງນີ້:

1. ມອບໃຫ້ຄະນະພັກ-ຄະນະນໍາ ສອງຂະແໜງການສືບຕໍ່ຊຸກຍູ້ໃຫ້ ຢູ່ຂັ້ນທ້ອງຖິ່ນ ເອົາໃຈໃສ່ປະຕິບັດຕາມພາລະບົດບາດຢ່າງ ເຄັ່ງຄັດ ແລະ ຖືກຕ້ອງ;

2. ມອບໃຫ້ຄະນະຮັບຜິດຊອບປັບປຸງ ແລະ ກໍານົດຄືນພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບລະຫວ່າງຂະແໜງຈັດຕັ້ງ ແລະ ພາຍໃນ ຢ່າງຈະແຈ້ງໃນກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ຫຼື ຄວນຄົ້ນຄວ້າອອກເປັນຂໍ້ກໍານົດສະເພາະກ່ຽວກັບຄວາມຮັບຜິດຊອບຂອງສອງຂະແໜງການ ເພື່ອເປັນບ່ອນອີງໃຫ້ສາຍຕັ້ງຢູ່ຂັ້ນທ້ອງຖິ່ນໃນການຈັດຕັ້ງ ແລະ ຜັນຂະຫຍາຍ ຢ່າງເປັນເອກະພາບ;

3. ມອບໃຫ້ທັງສອງຂະແໜງການແຕ່ງຕັ້ງຄະນະຮັບຜິດຊອບຂອງສອງຂະແໜງການເພື່ອກວດກາຄືນເນື້ອໃນບັນດານິຕິກໍາ ແລະ ລະບຽບການກ່ຽວກັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ທັງເບື້ອງພັກ ແລະ ລັດ ວ່າມີຈຸດໃດທີ່ຄວນປັບປຸງແກ້ໄຂ ເພື່ອໃຫ້ສາມາດຕອບສະໜອງໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນໄລຍະປັດຈຸບັນ ແລະ ຕໍ່ໜ້າ, ໂດຍກໍານົດໃຫ້ມີລະບອບກົນໄກການຕິດຕາມກວດກາ, ສະຫຼຸບລາຍງານ ແລະ ຕີລາຄາການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ ທຸກ 6 ເດືອນ ແລະ ປະຈໍາປີ, ສໍາລັບກົນໄກການປະສານງານ ເຖິງແມ່ນວ່າຈະມີດໍາລັດຂອງລັດຖະບານວ່າດ້ວຍການປະສານງານລະຫວ່າງບັນດາກະຊວງ, ອົງການລັດ, ແຂວງ ກັບສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 177/ລບ ແລ້ວກໍຕາມ, ແຕ່ການປະສານງານລະຫວ່າງສອງຂະແໜງການແມ່ນມີລັກສະນະຈຸດພິເສດ ຈໍາເປັນຕ້ອງໄດ້ມີການກໍານົດກົນໄກສະເພາະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມໂລ່ງລຽນ, ວ່ອງໄວ ແລະ ເປັນເອກະພາບກັນ

4. ມອບໃຫ້ກອງເລຂາກອງປະຊຸມສັງລວມຄໍາຄິດຄໍາເຫັນຂອງຜູ້ແທນກອງປະຊຸມໃນນີ້ ພ້ອມທັງເຮັດບັນທຶກກອງປະຊຸມ ເພື່ອລາຍງານໃຫ້ຂັ້ນເທິງຊາບ ແລະ ໃຫ້ທິດຊີ້ນໍາໃນເວລາອັນຄວນ.

ຂ່າວ-ພາບ: ກະຊວງພາຍໃນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments