Saturday, July 27, 2024
Homeຂ່າວພາຍໃນປະທານສານປະຊາຊົນສູງ ຕ້ອນຮັບ ທູດອາເມຣິກາ ຄົນໃໝ່

ປະທານສານປະຊາຊົນສູງ ຕ້ອນຮັບ ທູດອາເມຣິກາ ຄົນໃໝ່

ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບ ທ່ານ ນາງ ຣິດເຕີ້ ໂລສ ວາເລຍວາ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ຄົນໃໝ່ປະຈຳ ສປປ ລາວ ເຂົ້າຢ້ຽມພົບປະ ໃນວັນທີ 14 ມີນາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ).

ໃນໂອກາດດັ່ງກ່າວ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ນາງ ຣິດເຕີ້ ໂລສ ວາເລຍວາ ທີ່ໄດ້ມາດຳລົງຕຳແໜ່ງ ເປັນ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ຄົນໃໝ່ປະຈຳ ສປປ ລາວ ຊຶ່ງເປັນການປະກອບສ່ວນເສີມສ້າງຮັດແໜ້ນ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ລະຫວ່າງ ສອງປະເທດ ລາວ-ອາເມຣິກາ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມນັ້ນ ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສະຫະລັດອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອໃນຫຼາຍດ້ານໂດຍສະເພາະໃນຂະແໜງຕຸລາການຂອງ ສປປ ລາວ ຄື: (1) ການສ້າງຂີດຄວາມສາມາດພະນັກງານ-ຜູ້ພິພາກສາ ຂອງສານປະຊາຊົນໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ ແລະ ພາສາຕ່າງປະເທດ ຜ່ານການສະໜັບສະໜູນເຂົ້າຮ່ວມສຳມະນາ ແລະ ຝຶກອົບຮົມຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງເປັນປົກກະຕິ ແລະ (2) ການສະໜອງອຸປະກອນ ແລະ ເຄື່ອງມືເອເລັກໂຕນິກ ເຂົ້າໃນການປະຕິບັດໜ້າທີ່ຂອງພະນັກງານ-ຜູ້ພິພາກສາຂອງສານ.

ທ່ານ ນາງ ຣິດເຕີ້ ໂລສ ວາເລຍວາ ໄດ້ສະແດງຄວາມຄວາມຂອບໃຈ ຕໍ່ທ່ານ ນາງ ວຽງທອງ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້ ແລະ ພ້ອມທັງຈະສຶບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ອາເມຣິກາ ທີ່ມີມາແລ້ວນັ້ນໃຫ້ດີຂຶ້ນເລື່ອຍໆ.

(ຂ່າວ: ສປສສ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments