Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ລາວ - ເບລາຣຸດຊີ ຄັ້ງທີ 3

ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ລາວ – ເບລາຣຸດຊີ ຄັ້ງທີ 3

ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ລາວ-ເບລາຣຸດຊີ ຄັ້ງທີ 3 ໄດ້ຈັດຂຶ້ນໃນວັນທີ 14 ມີນາ ນີ້ ທີ່ ກະຊວງການຕ່າງປະເທດ, ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຢັບເກນີ ເຊດຕາສະກົບ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ, ໃນໂອກາດທີ່ທ່ານ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 12-15 ມີນາ 2024, ເພື່ອເຂົ້າຮ່ວມການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ຄົບຮອບ 30 ປີ.

ກອງປະຊຸມຄັ້ງ​ນີ້ ຖືເປັນຂີດໝາຍສຳຄັນ​ໃນການທົບທວນຕີລາຄາການ​ພົວ​ພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ເວົ້າລວມ ແມ່ນເພື່ອປຶກສາຫາລືຮ່ວມກັນ ກ່ຽວກັບ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ທິດທາງການຮ່ວມມືລະຫວ່າງສອງປະເທດ ໂດຍມີເປົ້າໝາຍເຮັດໃຫ້ ສອງກະຊວງການຕ່າງປະເທດ ສືບຕໍ່ກົນໄກປຶກສາຫາລືສອງຝ່າຍ ຢ່າງເປັນປົກກະຕິ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການແລກປ່ຽນຄະນະຜູ້ແທນຂັ້ນສູງໃນຕໍ່ໜ້າ, ສືບຕໍ່ສົ່ງເສີມ​ການປະສານສົມທົບກັນ ​ລະຫວ່າງ​ ສອງ​ກະຊວງ​ການ​ຕ່າງປະ​ເທດ​ ລາວ ແລະ ເບລາຣຸດຊີ ໃຫ້ໃກ້ຊິດຍິ່ງຂຶ້ນ, ມີປະສິດທິພາບ, ປະສິດທິຜົນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ໃນໂອກາດນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ເບລາຣຸດຊີ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆມາ, ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 7 ກຸມພາ 1994, ໂດຍສະເພາະການພົບປະແລກປ່ຽນຂອງການນຳຂັ້ນສູງສອງປະເທດ ເປັນແຕ່ລະໄລຍະ, ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອົງການສະຫະປະຊາຊາດ, ອາຊຽນ ແລະ ອື່ນໆ. ພິເສດ, ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ສປປ ລາວ-ເບລາຣຸດຊີ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 30 ປີ ເພື່ອລະນຶກເຖິງວັນສຳຄັນດັ່ງກ່າວ ແລະ ສ້າງບັນຍາກາດອັນຟົດຟື້ນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງປະເທດ.

ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມພົບປະຂອງການນຳຂັ້ນສູງສອງປະເທດ ລວມໄປເຖິງການໄປມາຫາສູ່ລະຫວ່າງປະຊາຊົນ ໃຫ້ຫຼາຍຂຶ້ນ, ສືບຕໍ່ກົນໄກການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ເບລາຣຸດຊີ ຄັ້ງທີ 4, ເຫັນດີສືບຕໍ່ຂະຫຍາຍການພົວພັນຮ່ວມມືດ້ານພັກ ແລະ ການທູດປະຊາຊົນ, ຊຸກຍູ້ໃຫ້ມີການພົວພັນກັນຫຼາຍຂຶ້ນລະຫວ່າງ ບັນດານັກທຸລະກິດ, ນັກທ່ອງທ່ຽວ ແລະ ການພົວພັນຂອງອົງການຈັດຕັ້ງທາງສັງຄົມ; ແລກປ່ຽນການພົບປະລະຫວ່າງ ລັດຖະສະພານຳກັນ, ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສືບຕໍ່ປຶກສາຫາລືຜ່ານກົນໄກຂອງຄະນະກຳມາທິການຮ່ວມມືສອງຝ່າຍ (JC), ຊຸກຍູ້ການຮ່ວມມືໃນວຽກງານຄວາມໝັ້ນຄົງ ແລະ ປ້ອງກັນຊາດ, ການເງິນ-ການທະນາຄານ, ສາທາລະນະສຸກ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ, ວັດທະນະທຳ ແລະ ຂະແໜງການອື່ນໆ. ໃນໂອກາດນີ້, ຝ່າຍເບລາຣຸດຊີ ຍິນດີຈະຊ່ວຍຊຸກຍູ້ໂຄສະນາໃຫ້ປະຊາຊົນຂອງຕົນ ເຂົ້າມາທ່ອງທ່ຽວ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນປີທ່ອງທ່ຽວລາວ ປີ 2024. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຢືນຢັນຄືນຈະໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ແລກປ່ຽນຄຳຄິດເຫັນຕໍ່ບາງບັນຫາສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ສະແດງຄວາມຫວັງຢ່າງຍິ່ງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກ ເບລາຣຸດຊີ ໃນຕໍ່ໜ້າ, ອວຍພອນໃຫ້ສາຍພົວພັນມິດຕະພາບ ລາວ-ເບລາຣຸດຊີ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃຫມ່ໃນອະນາຄົດ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ລາວ-ເບລາຣຸດຊີ.

ໃນຕອນບ່າຍຂອງວັນ​ດຽວ​ກັນ​ນີ້, ທ່ານຮອງລັດຖະມົນຕີ ເຢັບເກນີ ເຊດຕາສະກົບ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກລັດຖະບານ ກໍຄື ປະຊາຊົນລາວ ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ລວມທັງ ຜົນສໍາເລັດຂອງການພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງຝ່າຍລາວ ໃນກອງປະຊຸມປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ພ້ອມທັງແຈ້ງໃຫ້ຊາບວ່າ ການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ເບລາຣຸດຊີ-ລາວ ຄັ້ງທີ 4 ໃນລະດັບຮອງລັດຖະມົນຕີ ແມ່ນຝ່າຍເບລາຣຸດຊີ ຈະສືບຕໍ່ເປັນເຈົ້າພາບ.

ຂ່າວ-ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments