Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ພົບປະກັບ ກໍາມາທິການຮ່ວມມືສາກົນ ອີຢູ

ຮອງນາຍົກລັດຖະມົນຕີ ພົບປະກັບ ກໍາມາທິການຮ່ວມມືສາກົນ ອີຢູ

ໃນວັນທີ 14 ມີນາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ຈຸດຕາ ເອີກພິລາຍເນັ້ນ (Jutta Urpilainen) ກໍາມາທິການຮ່ວມມືສາກົນ ຂອງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 14-15 ມີນາ 2024.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງຄະນະຜູ້ແທນ ສະຫະພາບເອີຣົບ ໃນຄັ້ງນີ້ ຊຶ່ງເປັນຂີດໝາຍອັນສຳຄັນໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ທີ່ກຳລັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໃນໄລຍະຜ່ານມາ. ນັບຕັ້ງແຕ່ໄດ້ມີການສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 21 ພະຈິກ 1975, ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ສືບຕໍ່ເສີມຂະຫຍາຍຂຶ້ນເລື້ອຍໆ, ພ້ອມດຽວກັນສະຫະພາບເອີຣົບ ສືບຕໍ່ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໂດຍສຸມໃສ່ 3 ຂົງເຂດຕົ້ນຕໍ ຄື: 1) ການພັດທະນາເສດຖະກິດສີຂຽວ ແລະ ລວມໝູ່; 2) ການພັດທະນາຊັບພະຍາກອນມະນຸດ; ແລະ 3) ການປົກຄອງທີ່ດີ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ບາງສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ.

ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ອີຢູ ທີ່ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ລວມເຖິງການສືບຕໍ່ໃຫ້ການຊ່ວຍເຫຼືອໃນຕໍ່ໜ້າ. ພ້ອມກັນນີ້, ກໍໄດ້ແຈ້ງໃຫ້ຊາບເຖິງການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ, ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ພ້ອມທັງຍັງໄດ້ຝາກຄໍາເຊີນຊວນໄປຍັງປະຊາຊົນ ສະຫະພາບເອີຣົບ ໃຫ້ມາທ່ອງທ່ຽວ ສປປ ລາວ ໃນໂອກາດ ປີທ່ອງທ່ຽວລາວ 2024 ນີ້.

ໃນຂະນະດຽວກັນ, ທ່ານ ນາງ ຈຸດຕາ ເອີກພິລາຍເນັ້ນ ກໍໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈ ຕໍ່ການຕ້ອນຮັບໃນການເດີນທາງຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ແກ່ ສປປ ລາວ ໃນຕໍ່ໜ້າ, ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ, ໃນຖານະທີ່ ອີຢູ ເປັນຄູ່ຮ່ວມມືຍຸດທະສາດຂອງອາຊຽນ.

(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments