Saturday, July 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕີລາຄາສູງຕໍ່ແຜນງານຮ່ວມມື ລະຫວ່າງ ສປປ ລາວ ແລະ ທີມງານເອີຣົບ

ນາຍົກລັດຖະມົນຕີ ຕີລາຄາສູງຕໍ່ແຜນງານຮ່ວມມື ລະຫວ່າງ ສປປ ລາວ ແລະ ທີມງານເອີຣົບ

ໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າພົບປະຂອງ ທ່ານ ນາງ ຈຸດຕາ ເອີກພິລາຍເນັ້ນ (Jutta Urpilainen) ກໍາມາທິການຮ່ວມມືສາກົນ ສະຫະພາບເອີຣົບ (ອີຢູ) ພ້ອມຄະນະ ໃນວັນທີ 14 ມີນາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ; ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ແຜນການຮ່ວມມື ລະຫວ່າງ ສປປ ລາວ ແລະ ທີມງານເອີຣົບ ທີ່ໄດ້ລົງນາມຮ່ວມກັນ ໃນຕອນເຊົ້າຂອງວັນດຽວກັນນີ້.

ໃນການພົບປະຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ຈຸດຕາ ເອີກພິລາຍເນັ້ນ ທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຊຶ່ງເປັນຂີດໝາຍອັນສຳຄັນໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ອີຢູ ທີ່ກຳລັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ໂດຍສະເພາະແມ່ນ ອີຢູ ແລະ ສປປ ລາວ ຊຶ່ງຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ ທີ່ໄດ້ລົງນາມຮ່ວມກັນໃນສັນຍາການເງິນ (ລົງນາມວັນທີ 14 ມີນາ 2024) ສຳລັບ ແຜນງານຮ່ວມມື ລະຫວ່າງ ສປປ ລາວ ແລະ ທີມງານເອີຣົບ ເພື່ອພັດທະນາການຄ້າ, ການລົງທຶນ ແລະ ການເຊື່ອມຈອດແບບຍືນຍົງ ແລະ ທົ່ວເຖິງຂອງຂະແໜງກະສິກຳ ແລະ ປ່າໄມ້ ໂດຍແຜນງານດັ່ງກ່າວນີ້ ແມ່ນຍຸດທະສາດ ວ່າດ້ວຍການເປີດປະຕູສູ່ສາກົນຂອງ ສະຫະພາບເອີຣົບ “EU’s Global Gateway Strategy”.

ທ່ານ ນາງ ຈຸດຕາ ເອີກພິລາຍເນັ້ນ ກໍໄດ້ສະແດງຄວາມຂອບໃຈ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕໍ່ການຕ້ອນຮັບອັນອົົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບການຊ່ວຍເຫຼືອຂອງ ອີຢູ ແລະ ບັນດາປະເທດສະມາຊິກ ອີຢູ ຫຼື ເອີ້ນວ່າ “ທີມງານອີຢູ” ຫຼື “Team Europe Partnership with Laos” ລວມມີ 8 ປະເທດ ຄື: Belgium, Finland, France, Germany, Hungary, Ireland, Luxembourg, and Switzerland. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບຍຸດທະສາດອີຢູ ວ່າດ້ວຍການເປີດປະຕູສູ່ສາກົນ ດ້ວຍຈຸດປະສົງການເຊື່ອມຈອດ ລະຫວ່າງ ພາກພື້ນ ແລະ ການເຊື່ອມຕໍ່ໂລກ ຜ່ານການລົງທຶນແບບຍືນຍົງ ແລະ ການພົວພັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັນມາຍາວນານ ເພື່ອສືບຕໍ່ຊຸກຍູ້ ລັດທິຫຼາຍຝ່າຍ. ການເຊື່ອມໂຍງການຮ່ວມມືຂອງ ອີຢູ ກັບ ສປປ ລາວ ເພື່ອສະໜັບສະໜູນດ້ານການຄ້າ ແລະ ການລົງທຶນທີ່ມີຄຸນນະພາບ ແລະ ການພັດທະນາເສດຖະກິດສີຂຽວໃຫ້ຍືນຍົງ ໂດຍສະເພາະການສົ່ງເສີມການຜະລິດເພື່ອການສົ່ງອອກ ເປັນຕົ້ນ: ກາເຟ, ຊາ, ຜະລິດຕະພັນຈາກປ່າໄມ້ ແລະ ອື່ນໆ.

ສປປ ລາວ ຈະຮ່ວມມືຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກ ກໍຄື ອີຢູ ເພື່ອຮັບປະກັນການຈັດຕັ້ງປະຕິບັດບຸລິມະສິດການເປັນປະທານອາຊຽນ ຂອງ ສປປ ລາວ ແລະ ຜົນສຳເລັດຂອງອາຊຽນໃນປີ 2024 ຕາມຄາດໝາຍ.

ໃນໄລຍະຜ່ານມາ, ສປປ ລາວ ແລະ ອີຢູ ມີສາຍພົວພັນ ແລະ ການຮ່ວມມືອັນດີ ຊຶ່ງຕັ້ງແຕ່ສອງຝ່າຍໄດ້ມີການສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 21 ພະຈິກ 1975 (ໃນທ້າຍປີນີ້ ກໍຈະຄົບຮອບ 49 ປີ). ການຮ່ວມມືລາວ-ເອີຣົບ ສືບຕໍ່ເສີມຂະຫຍາຍຂຶ້ນເລື້ອຍໆ ຊຶ່ງມີມູນຄ່າການຊ່ວຍເຫຼືອ ເພີ່ມຂຶ້ນຈາກ 312 ລ້ານເອີໂຣ ໃນແຜນການປີ 1994-2020 ມາເປັນ 550 ລ້ານເອີໂຣ ໃນແຜນການປີ 2021-2025 ໂດຍສຸມໃສ່ 3 ຂົງເຂດຕົ້ນຕໍ ຄື: 1) ການພັດທະນາເສດຖະກິດສີຂຽວ ແລະ ລວມໝູ່; 2) ການພັດທະນາຊັບພະຍາກອນມະນຸດ; ແລະ 3) ການປົກຄອງທີ່ດີ. ພ້ອມນີ້, ອີຢູ ກໍຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນແຜນງານສະໜັບສະໜູນດ້ານງົບປະມານ (Budget Support) ແນໃສ່ວຽກງານໂພຊະນາການ ແລະ ການສຶກສາ, ລວມທັງການຊ່ວຍເຫຼືອ ທາງດ້ານງົບປະມານ, ວັກຊິນ ແລະ ອຸປະກອນ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໃນ ສປປ ລາວ ໃນໄລຍະຜ່ານມາ ໂດຍຜ່ານອົງການ WHO ແລະ UNICEF.

ການປະກອບສ່ວນເຫຼົ່ານັ້ນ, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍແຜນການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນປີ 2030.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments