Saturday, July 27, 2024
Homeຂ່າວພາຍໃນໄຊຍະບູລີມອບ-ຮັບຫົວໜ້າພະແນກອຸດສາຫະກໍາການຄ້າຜູ້ເກົ່າ ແລະ ຜູ້ໃໝ່

ໄຊຍະບູລີມອບ-ຮັບຫົວໜ້າພະແນກອຸດສາຫະກໍາການຄ້າຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບເລຂາໜ່ວຍພັກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຜູ້ເກົ່າ ໄດ້ຂຶ້ນລາຍງານການຊີ້ນໍາໆພາວຽກງານຮອບດ້ານຢູ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໃນໄລຍະ 5 ປີ ຜ່ານມາ ໂດຍຫຍໍ້ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ. ຈາກນັ້ນ ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າຜູ້ເກົ່າ ແລະ ທ່ານ ຄໍາໄຊ ເລົາລຶເຕຊາ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າຜູ້ໃໝ່ ໄດ້ຮ່ວມກັນເຊັນບົດບັນທຶກມອບຮັບໜ້າທີ່ວຽກງານຢ່າງເປັນທາງການໂດຍຊ້ອງໜ້າທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ ແລະ ບັນດາແຂກທີ່ເຂົ້າຮ່ວມ.

ທ່ານ ດວງຕາ ໄຊວຸດ ໄດ້ເນັ້ນໜັກໃຫ້ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າຜູ້ໃໝ່ຈົ່ງໄດ້ສຶບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ ມີຫຼັກໝັ້ນການເມືອງໜັກແໜ້ນເຊື່ອໝັ້ນຕໍ່ການນໍາພາຂອງພັກເຮັດສໍາເລັດໜ້າທີ່ການຈັດຕັ້ງມອບໝາຍໃຫ້, ເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຮັບຜິດຊອບຕັ້ງໜ້າເພິ່ມທະວິກົນໄກປະສານງານຮ່ວມມືກັບບັນດາພະແນກການອ້ອມຂ້າງແຂວງ ແລະ ເມືອງ ໃຫ້ມີຄວາມເຂັ້ມແຂງ.

(ຂ່າວ+ພາບ: ບຸນທີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments