Home ຂ່າວຕ່າງປະເທດ ຈີນເພີ່ມທະວີການເປີດປະຕູສູ່ພາຍນອກ ແລະການຮ່ວມມືກັບຕ່າງປະເທດໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈິງໃຈຂອງຈີນຢ່າງຕັ້ງໜ້າ

ຈີນເພີ່ມທະວີການເປີດປະຕູສູ່ພາຍນອກ ແລະການຮ່ວມມືກັບຕ່າງປະເທດໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈິງໃຈຂອງຈີນຢ່າງຕັ້ງໜ້າ

0
33

ນັບແຕ່ວັນທີ 14 ມີນາ 2024ນີ້ເປັນຕົ້ນໄປ, ຈີນຈະທົດລອງປະຕິບັດນະໂຍບາຍຍົກເວັ້ນວີຊ່າໃຫ້ແກ່ບຸກຄົນທີ່ຖືໜັງສືຜ່ານແດນທຳມະດາຂອງ 6 ປະເທດຄື: ສະວິດ, ອຽກລັງ, ຮົງກາຣີ, ໂອຕຣິດ, ແບນຊິກ ແລະລຸກຊຳບວກ. ຖືວ່່າຈີນໄດ້ເພີ່ມຈຳນວນປະເທດຍົກເວັ້ນວີຊ່າອີກຄັ້ງໜຶ່ງ ພາຍຫຼັງສັນຍາວ່າດ້ວຍການຍົກເວັ້ນວີຊ່າເຊິ່ງກັນແລະກັນລະຫວ່າງຈີນກັບໄທມີຜົນບັງຄັບໃຊ້ຢ່າງເປັນທາງການ.

ມາຮອດຕົ້ນເດືອນມີນາ 2024 ນີ້, ຈີນໄດ້ເຊັນສັນຍາຍົກເວັ້ນວີຊ່າເຊິ່ງກັນແລະກັນທີ່ກວມເອົາໜັງສືຜ່ານແດນປະເພດຕ່າງໆກັບ 157 ປະເທດ, ບັນລຸສັນຍາຫຼື ການຈັດສັນວຽກງານກ່ຽວກັບການຫຼຸດຂັ້ນຕອນການອອກວີຊ່າໃຫ້ກະທັດຮັດກັບ 44 ປະເທດ. ປັດຈຸບັນ, ມີ 23 ປະເທດໄດ້ບັນລຸການຍົກເວັ້ນວີຊ່າເຊິ່ງກັນແລະກັນກັບຈີນຢ່າງຮອບດ້ານ. ນອກນີ້, ຍັງມີອີກ 60 ກວ່າປະເທດແລະເຂດແຄວ້ນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊ່າຫຼືວີຊ່າກັບດ່ານຕໍ່ພົນລະເມືອງຈີນ.

ໃນໄລຍະມໍ່ໆມານີ້, ຈີນໄດ້ວາງມາດຕະການຕ່າງໆກ່ຽວກັບການຂໍວີຊ່າສຳລັບການເດີນທາງມາຈີນຢ່າງຕໍ່ເນື່ອງເຊິ່ງລວມທັງການຫຼຸດເນື້ອໃນການຂຽນແບບຟອມຂໍວີຊ່າ, ຫຼຸດຂັ້ນຕອນການອະນຸມັດການມາຮຽນຢູ່ຈີນ, ທົດລອງປະຕິບັດນະໂຍບາຍຍົກເວັ້ນວີຊ່າຕໍ່ປະເທດຈຳນວນໜຶ່ງ ເພື່ອແກ້ໄຂຂໍ້ຫຍຸ້ງຍາກຕື່ມອີກໃຫ້ແກ່ບຸກຄົນສັນຊາດຕ່າງປະເທດທີ່ເດີນທາງມາຈີນ.

ນອກນີ້, ຈີນຍັງໄດ້ວາງມາດຕະການຕ່າງໆຢ່າງຕໍ່ເນື່ອງ ເພື່ອອຳນວຍຄວາມສະດວກໃຫ້ແກ່ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ຈີນ. ມາດຕະການດັ່ງກ່າວລວມມີອາຫານການກິນ, ເຄື່ອງນຸ່ງຖື, ທີ່ຢູ່ອາໄສ, ການເດີນທາງໄປມາແລະອື່ນໆ ເຊິ່ງສ່ອງແສງໃຫ້ເຫັນວ່າ: ຈີນຍົກລະດັບການບໍລິການສາກົນແລະ ສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນຢ່າງບໍ່ຢຸດຢັ້ງ.

ໃນກອງປະຊຸມສອງສະພາປີ 2024 ຂອງຈີນທີ່ຫາກໍສຳເລັດລົງນັ້ນ, ຈີນໄດ້ປະກາດມາດຕະການຕົວຈິງຕ່າງໆໃນການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ ແລະເພີ່ມທະວີການໄປມາຫາສູ່ກັນແລະການຮ່ວມມືສາກົນ ເຊັ່ນ: ເພີ່ມທະວີກຳລັງການດຶງດູດການລົງທຶນຕ່າງປະເທດ, ຊຸກຍູ້ການຈັດຕັ້ງປະຕິບັດການເຄື່ອນໄຫວ 8 ລາຍການກ່ຽວກັບການສະໜັບສະໜູນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານວາງສະແດງການຄ້າການບໍລິການສາກົນຈີນ, ງານວາງສະແດງສິນຄ້າບໍລິໂພກ-ອຸປະໂພກສາກົນຈີນ, ງານວາງສະແດງການສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນແລະ ເວທີການຮ່ວມມືສາກົນອື່ນໆໃຫ້ດີ……ພາຍໃຕ້ສະພາບທີ່ການຟື້ນຟູເສດຖະກິດໂລກຂາດກຳລັງແຮງພ້ອມທັງຄວາມບໍ່ໝັ້ນທ່ຽງ ແລະຄວາມບໍ່ແນ່ນອນເພີ່ມຂຶ້ນ, ຈີນໄດ້ສົ່ງສັນຍານແຫ່ງການເປີດປະຕູສູ່ພາຍນອກແລະການຮ່ວມມືດ້ວຍການເຄື່ອນໄຫວຕົວຈິງເຊິ່ງໄດ້ສ້າງກຳລັງຂັບເຄື່ອນທີ່ຫຼາຍກວ່າເກົ່າແລະ ຄວາມແນ່ນອນອັນລ້ຳຄ່າໃຫ້ແກ່ການຊຸກຍູ້ການພັດທະນາຮ່ວມກັນຂອງໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here