Monday, April 29, 2024
Homeສາລະໜ້າຮູ້ພະຍາດລະດູຮ້ອນ

ພະຍາດລະດູຮ້ອນ

ປະເທດລາວກຳລັງເຂົ້າສູ່ລະດູຮ້ອນ ແລະ ແຫ້ງແລ້ງ ເໝາະກັບການຈະເລີນເຕີບໂຕຂອງເຊື້ອໂລກໂດຍສະເພາະເຊື້ອແບັດທີເລຍ ທີ່ນຳມາສູ່ໂລກຕິດຕໍ່ທີ່ສຳຄັນມັກເກີດໃນລະດູຮ້ອນ ມີ 5 ໂລກໄດ້ແກ່:

  • ໂລກຖອກທ້ອງ (Acute Diarrhea) ການຕິດຕໍ່ໂລກດັ່ງກ່າວເກີດຈາກການກິນອາຫານ ຫຼື ດື່ມນ້ຳທີ່ມີເຊື້ອປົນເປື້ອນເຊັ່ນອາຫານປຸງສຸກໆດິບໆ ອາຫານທີ່ມີແມງວັນຕອມ ຫຼື ອາຫານທີ່ເຮັດໄວ້ດົນໆ ອາຫານສ່ວນໃຫຍ່ມັກຈະຖ່າຍເປັນນ້ຳ ຫຼື ມີມູກເລື້ອດປົນ ເຈັບທ້ອງ ປວດຮາກ ຖ່າຍເປັນຂອງແຫຼວ. ເຊິ່ງການປົວໃນໄລຍະທຳອິດ ຄວນດື່ມນ້ຳສະອາດ ອາຫານກໍຄວນເປັນຕົ້ມເຂົ້າປຽກເຂົ້າ ແກງຈືດ ດື່ມນ້ຳເກືອແຮ່ ຖ້າຍັງບໍ່ດີຂຶ້ນຄວນຮີບຮ້ອນໄປຫາໝໍ.
  • ໂລກອາຫານເປັນຜິດ (Food Poisoning) ເປັນໂລກທາງເດີນອາຫານທີ່ພົບຫຼາຍທີ່ພົບຫຼາຍທີ່ສຸດ ເນື່ອງຈາກສານຜິດ (Toxin) ຈາກແບັດທີເລຍທີ່ຕົກຄ້າງຢູ່ໃນອາຫານທີ່ບໍ່ສະອາດພຽງພໍ ສຸກໆ ດີບໆ ຫຼື ອາຫານບູດເສຍເຮັດໃຫ້ເກີດຖອກທ້ອງໄດ້ ສຳລັບການຮັກສາສ່ວນໃຫຍ່ຖ້າແມ່ນອາການບໍ່ແຮງ ຈະຖາ່ຍເປັນນ້ຳ ບໍ່ມີໄຂ້ ເຊົາໄດ້ເອງ ແຕ່ຖ້າເປັນແຮງຫຼາຍຕ້ອງໄດ້ຮັບນ້ຳເກືອເສີມ ອາດຢູ່ໃນຮູບແບບຂອງການດື່ມ ຫຼື ການໃຫ້ທາງເສັ້ນເລືອດແລ້ວແຕ່ຄວາມຮຸນແຮງ.
  • ໂລກບິດ (Dysentery) ເກີດຈາກເຊື້ອແບັດທີເລຍທີ່ເຂົ້າສູ່ຮ່າງກາຍຜ່ານການກິນເຊັ່ນ ດື່ມນ້ຳທີ່ມີເຊື້ອປົນເປື້ອນເຊັ່ນອາຫານ ສຸກໆ ດິບໆ ຫຼື ອາຫານທີ່ມີແມງວັນຕອມ. ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ໃຫຍ່ ເປັນ ໂລດບິດ ໄດ້ທັງນັ້ນ ໂດຍຜູ້ປ່ວຍຈະມີອາການບິດໃນທ້ອງ ຕໍ່ມາຈະເລີ່ມມີໄຂ້ ແລະ ຖ່າຍເປັນຂອງແຫຼວ ເຈັບຫົວ ປວດເມື່ອຕາມຕົນຕົວ ປວດຮາກ ເຊິ່ງໂລກບິດຈະເຊົາໄປເອງພາຍໃນ 5-7 ມື້ ໃນກໍລະນີທີ່ບໍ່ໄດ້ກິນຢາ ແຕ່ບາງທີກໍຈະມີອາການກັບມາເປັນໃໝ່ໄດ້ອີກ.
  • ໄທຟອຍ (Typhoid) ການຕິດຕໍ່ມັກເກີດຈາກການປົນເປື້ອນເຊື້ອໂລກໃນອາຫານ ຫຼື ນ້ຳດື່ມ ເຊິ່ງໄຂ້ໄທຟອຍ ເຊິ່ງຈະມີອາການແບບກະທັນຫັນ ຮຸນແຮງ ອາດເຖິງຂັ້ນເສຍຊີວິດໄດ້  ອາການຂອງໂລກນີ້ຈະມີໄຂ້ ປວດຕົນໂຕ ປວດຮາກ ຫາຍໃຈຊ້າລົງ (ໂດຍທົ່ວໄປແລ້ວເວລາມີໄຂ້ຫົວໃຈຈະເຕັ້ຮໄວຂຶ້ນ) ຫາກໃຫ້ໝໍກວດອາດພົບວ່າມ້າມໃຫຍ່ ບໍລິເວນກ້ອງກະດູກຂ້າງຟາກຊ້າຍ ຕ້ອງໃຊ້ການກວດເລືອດຈຶ່ງຈະຢືນຢັນວ່າເປັນໂລກນີ້ແທ້ ສ່ວນການປ້ອງກັນແມ່ນສາມາດໃຫ້ວັກຊີນ ເຊິ່ງມີທັງຮູບແບບການກິນ ແລະ ສີດ ແຕ່ການປ້ອງກັນແມ່ນບໍ່ສາມາດປ້ອງກັນໄດ້ຮ້ອຍເປີເຊັນ ດັ່ງນັ້ນ ວິທີການທີ່ດີທີ່ສຸດແມ່ນການລະມັດລະວັງໃນເລື່ອງອາຫານ ແລະ ນ້ຳດື່ມ ໃຫ້ສະອາດທີ່ສຸດ.
  • ອະຫິວາ (Cholera) ໂດຍທົ່ວໄປຄົນສ່ວນໃຫຍ່ທີ່ທີ່ຕິດເຊື້ອອະຫິວາ ບາງຄົນທີ່ເປັນແຮງອາດເສຍຊີວິດໄດ້ໃນເວລາບໍ່ເທົ່າໃດຊົ່ວໂມງຫຼັງຈາກເກີດມີອາການ ເນື່ອງຈາກມີການສູນເສຍນ້ຳ  ແລະ ເກືອແຮ່ໃນປະລິມານຫຼາຍ ໂລກນີ້ຕິດຕໍ່ໄດ້ໂດຍການຮັບກິນອາຫານ ຫຼື ນ້ຳ ທີ່ມີເຊື້ອເຂົ້າໄປ ການຮັກສານຄວນທົດແທນນ້ຳ ແລະ ເກືອແຮ່ ທີ່ສູນເສຍໄປກັບການຂັບຖ່າຍ ຮາກ ໃຫ້ຜູ້ປ່ວຍດື່ມນ້ຳເກືອ ແຕ່ຫາກຜູ້ປ່ວຍອາການຮຸນແຮງຕ້ອງໄດ້ໃຫ້ທາງເສັ້ນເລືອດຄວບຄູ່ກັບການໃຫ້ຢາແກ້ອັກເສບ.

ໂດຍ: ພອນໄຊ ຜັນບຸນຍາວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments