Home Uncategorized ໂຮງຮຽນທິດສະດີການເມືອງກອງທັບ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກົມກອງ 3 ປອດ ປະຈໍາປີ 2023

ໂຮງຮຽນທິດສະດີການເມືອງກອງທັບ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກົມກອງ 3 ປອດ ປະຈໍາປີ 2023

0
29

ກອງປະຊຸມສະຫຼຸບຖອດຖອນບົດຮຽນການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກົມກອງ ປອດໃສ, ປອດໄພ, ປອດຄະດີ ປະຈໍາປີ 2023 ແລະ ວາງທິດທາງແຜນການ ປະຈໍາປີ 2024 ທົ່ວໂຮງຮຽນທິດສະດີການເມືອງກອງທັບ ຈັດຂຶ້ນໃນວັນທີ 14 ມີນາ 2024,, ໂດຍເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳຜາຍ ສະພັງເໜືອ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ – ນັບຮົບເຂົ້າຮ່ວມ.

ສະຫາຍ ພັນເອກ ບຸນທັນ ຈັນທະລີມາ ຮອງຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ສະຫຼຸບຕີລາຄາຄຸນນະພາບການກໍ່ສ້າງກົມກອງ – ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ເຊິ່ງໃນ 1 ປີຜ່ານມາ ຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ດຳເນີນຊີວິດການເມືອງຢ່າງກວ້າງຂວາງ ແລະ ເລິກເຊິ່ງ; ຈັດຕັ້ງປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ເພື່ອສ້າງຜົນງານຂ່ຳນັບຮັບຕ້ອນວັນສໍາຄັນຕ່າງໆ ຢ່າງເປັນຂະບວນຟົດຟື້ນ; ຄະນະພັກ, ພະນັກງານ-ສະມາຊິກພັກ ມີຄວາມເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ, ຢຶດໝັ້ນຕໍ່ອຸດົມການຂອງພັກ, ມີຄວາມສາມັກຄີເປັນເອກະພາບພາຍໃນແໜ້ນແຟ້ນ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ; ແຕ່ລະໜ່ວຍພັກໄດ້ຍົກສູງສະຕິລະວັງຕົວກົນອຸບາຍທໍາລາຍມ້າງເພຂອງສັດຕູ, ນໍາພາຈັດຕັ້ງລະບອບ ປະຈຳການຈັດຕັ້ງປ້ອງກັນເປົ້າໝາຍສຳຄັນຕ່າງໆ ມີຄວາມສະຫງົບປອດໄພ 100%.

ຜ່ານການຈັດຕັ້ງປະຕິບັດຂະບວນການກໍ່ສ້າງໜ່ວຍພັກສາມາດສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ທົ່ວໂຮງຮຽນທິດສະດີການເມືອງກອງທັບ ມີ 12 ໜ່ວຍພັກ ໃນນີ້ມີ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບຮອງເປັນຄັ້ງທີ 4 ມີ 2 ໜ່ວຍພັກ, ຮັບຮອງເປັນຄັ້ງທີ 3 ມີ 1 ໜ່ວຍພັກ, ຮັບຮອງເປັນຄັ້ງທີ 2 ມີ 5 ໜ່ວຍພັກ, ສະເໜີໃໝ່ ມີ 04 ໜ່ວຍພັກ ແລະ ໃນນີ້ຮັບຮອງກົມກອງປອດໃສ, ປອດໄພ, ປອດຄະດີ ປະຈຳປີ 2023 ປະເພດ I ມີ 04 ກົມກອງ ແລະ ປະເພດ II ມີ 06 ກົມກອງ.

ໃນພິທີກໍ່ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກົມກອງ 3 ປອດໃຫ້ບັນດາໜ່ວຍພັກທີ່ຂຶ້ນກັບໂຮງຮຽນທິດສະດີການເມືອງກອງທັບ.

ໂດຍ: ຄຳອ້າຍ ທອງວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here