Saturday, July 27, 2024
Homeຂ່າວຕ່າງປະເທດເອີຣົບ ຈະປະກາດໃຊ້ກົດໝາຍສະບັບທຳອິດກ່ຽວກັບປັນຍາປະດິດ

ເອີຣົບ ຈະປະກາດໃຊ້ກົດໝາຍສະບັບທຳອິດກ່ຽວກັບປັນຍາປະດິດ

ຂ່າວສານຫວຽດນາມລາຍງານວ່າ: ບັນດາປະເທດໃນເອີຣົບ ໄດ້ຫຍັບເຂົ້າໃກ້ການຜ່ານກົດໝາຍສະບັບທຳອິດກ່ຽວກັບປັນຍາປະດິດ (AI) ຫຼັງຈາກ ສະມາຊິກສະພາເອີຣົບ (EP) ໄດ້ໃຫ້ການອະນຸມັດຂັ້ນສຸດທ້າຍຕໍ່ກົດໝາຍທີ່ສົມບູນ ໃນວັນທີ 13 ມີນາ ຜ່ານມາ, ເພື່ອຄວບຄຸມ AI, ລວມທັງລະບົບ AI ເຊັ່ນ: ChatGPT ຂອງ OpenAI.

ຂ່າວລະບຸວ່າ: ໃນກອງປະຊຸມຄົບຄະນະທີ່ຈັດຂຶ້ນຢູ່ ຝຣັ່ງ, ກົດໝາຍວ່າດ້ວຍ AI ໄດ້ຮັບຄະແນນສຽງສະໜັບສະໜູນຈາກສະມາຊິກສະພາເອີຣົບ 523 ທ່ານ. ກົດໝາຍ AI ດັ່ງກ່າວຕ້ອງໄດ້ຮັບການອະນຸມັດຈາກສະພານິຕິບັນຍັດຂອງ 27 ປະເທດສະມາຊິກຂອງສະຫະພາບເອີຣົບ (EU) ໃນເດືອນເມສາ ກ່ອນທີ່ຈະຖືກເຜີຍແຜ່ຢ່າງເປັນທາງການ ໃນເດືອນພຶດສະພາ ຫຼື ເດືອນມິຖຸນາ ປີນີ້ ໃນ EU.

ກ່າວຄຳເຫັນຕໍ່ໜ້າບັນດາສະມາຊິກລັດຖະສະພາ, ທ່ານ ເບຣນໂດ ເບນິເຟ ສະມາຊິກສະພາ ອີຕາລີ ຜູ້ຊຸກຍູ້ການຜ່ານຮ່າງກົດໝາຍນີ້ໃນ EP ໄດ້ເນັ້ນໜັກວ່າ: ນີ້ແມ່ນຂີດໝາຍປະຫວັດສາດບົນເສັ້ນທາງຍາວນານເພື່ອໃຫ້ສັດຕະຍາບັນບັນດາລະບຽບການ AI ແລະ ແມ່ນລະບຽບການທຳອິດໃນໂລກທີ່ກຳນົດທິດທາງທີ່ຈະແຈ້ງໄປສູ່ການພັດທະນາ AI ທີ່ປອດໄພ ແລະ ຄຳນຶງເຖິງມະນຸດເປັນໃຈກາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments