Saturday, July 27, 2024
Homeຂ່າວຕ່າງປະເທດກ້ວຍອາດມີລາຄາເພີ່ມສູງຂຶ້ນເພາະໂລກຮ້ອນ

ກ້ວຍອາດມີລາຄາເພີ່ມສູງຂຶ້ນເພາະໂລກຮ້ອນ

ຂ່າວຕ່າງປະເທດລາຍງານ, ໃນລະຫວ່າງວັນທີ 12-13 ມີນາ ຜ່ານມາ ທີ່ນະຄອນຫຼວງໂຣມ ປະເທດອີຕາລີ ໄດ້ມີກອງປະຊຸມ World Banana Forum ຊຶ່ງເປັນເວທີຫາລື ແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງຜູ້ສະໜອງ ລວມເຖິງການຮັບມືກັບຄວາມທ້າທາຍທີ່ມີຕໍ່ໝາກໄມ້ຊະນິດນີ້, ໂດຍນັກເສດຖະສາດອາວຸໂສປະຈຳອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ກ່າວວ່າ: ຜົນກະທົບຂອງການປ່ຽນແປງສະພາບອາກາດ ເປັນໄພຄຸກຄາມຕໍ່ຜົນຜະລິດກ້ວຍ.

ນອກຈາກໄພທຳມະຊາດທີ່ສົ່ງຜົນກະທົບຕໍ່ຜົນຜະລິດແລ້ວ ກ້ວຍຍັງອ່ອນໄຫວຕໍ່ອຸນຫະພູມທີ່ສູງຂຶ້ນ ຊຶ່ງອາດເຮັດໃຫ້ບາງພື້ນທີ່ປູກກ້ວຍບໍ່ໄດ້ອີກ. ແຕ່ໄພຄຸກຄາມທີ່ເປັນຕາຢ້ານທີ່ສຸດຄື: ໂຣກລະບາດທີ່ແຜ່ກະຈາຍໄດ້ໄວຂຶ້ນຈາກການທີ່ໂລກມີອຸນຫະພູມສູງຂຶ້ນ. ໜຶ່ງໃນໂຣກລະບາດທີ່ຜູ້ຊ່ຽວຊານກັງວົນຫຼາຍທີ່ສຸດຄື: ໂຣກຕົ້ນກ້ວຍແຫ່ວແຫ້ງ (Fusarium Wilt TR4) ຊຶ່ງເປັນໂຣກທີ່ເກີດຈາກເຊື້ອຣາ ທີ່ລະບາດຈາກອົສຕຣາລີ ມາຍັງອາຊີ, ອາຟຣິກກາ ແລະ ຕອນນີ້ມາເຖິງອາເມຣິກາໃຕ້ແລ້ວ. ເມື່ອເກີດການຕິດເຊື້ອໃນສວນເຊື້ອຣາຊະນິດນີ້ຈະເຮັດໃຫ້ຕົ້ນກ້ວຍຕາຍທັງໝົດ ແລະ ຍັງກຳຈັດໄດ້ຍາກ, ເຊື້ອຣາຊະນິດນີ້ຍັງກາຍພັນ ແລະ ຄຸກຄາມກ້ວຍຫອມພັນຄາເວນດິດ ຊຶ່ງເປັນພັນກ້ວຍຫອມທີ່ນິຍົມບໍລິໂພກກັນທົ່ວໂລກ.

ນອກຈາກນີ້, ຊາວກະສິກຳ ຍັງປະເຊີນກັບແຮງກົດດັນຈາກຕົ້ນທຶນທີ່ສູງຂຶ້ນ ບໍ່ວ່າຈະເປັນປຸ໋ຍ, ພະລັງງານ ແລະ ການຂົນສົ່ງ ລວມເຖິງຍັງມີບັນຫາອື່ນໆເຊັ່ນ: ການຂາດແຄນແຮງງານ. ຈາກປັດໄຈທັງໝົດນີ້, ເຮັດໃຫ້ຜູ້ຊ່ຽວຊານຄາດວ່າ: ລາຄາກ້ວຍທົ່ວໂລກມີທ່າອ່ຽງທີ່ຈະເພີ່ມສູງຂຶ້ນ ແລະ ບໍ່ກັບລົງມາອີກ.

ນອກຈາກເລື່ອງການປ່ຽນແປງສະພາບອາກາດແລ້ວ, ອີກໜຶ່ງປະເດັນທີ່ສຳຄັນ ທີ່ອຸດສາຫະກຳກ້ວຍໄດ້ປຶກສາຫາລືກັນໃນກອງປະຊຸມທີ່ນະຄອນຫຼວງໂຣມ ກໍຄືເລື່ອງຄວາມຍືນຍົງ, ຜູ້ຄົນຈຳນວນຫຼາຍເລືອກຊື້ກ້ວຍ ແລະ ສິນຄ້າອຸປະໂພກບໍລິໂພກ ທີ່ມີຂະບວນການຜະລິດທີ່ຍືນຍົງ.

ສຳລັບຊາວກະສິກຳທີ່ປູກກ້ວຍແລ້ວ ນີ້ບໍ່ແມ່ນພຽງແຕ່ການເຮັດໃຫ້ຂະບວນການຜະລິດເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນແຕ່ຍັງລວມເຖິງການຕ້ອງເສຍເງິນຈ້າງຜູ້ກວດສອບອິດສະລະ ເພື່ອປະເມີນ ແລະ ຮັບຮອງວ່າກ້ວຍທີ່ປູກມີຄວາມຍືນຍົງແທ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments