Saturday, July 27, 2024
Homeຂ່າວຕ່າງປະເທດພະຍາດໂຄວິດ-19 ຫຼຸດການຄາດຄະເນອາຍຸສະເລ່ຍທົ່ວໂລກ 1,6 ປີ

ພະຍາດໂຄວິດ-19 ຫຼຸດການຄາດຄະເນອາຍຸສະເລ່ຍທົ່ວໂລກ 1,6 ປີ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ນັກວິໄຈຫຼາຍຮ້ອຍຄົນທີ່ກວດສອບຂໍ້ມູນຂອງສະຖາບັນຊີ້ວັດ ແລະ ປະເມີນຜົນດ້ານສຸຂະພາບ (IHME) ໃນອາເມຣິກາໄດ້ເປີດເຜີຍບົດລາຍງານການສຶກສາ ລະບຸວ່າ: ພະຍາດໂຄວິດ-19 ເຮັດໃຫ້ການຄາດຄະເນອາຍຸສະເລ່ຍຂອງຜູ້ຄົນທົ່ວໂລກຫຼຸດລົງ 1,6 ປີ ໃນໄລຍະ 2 ປີທຳອິດຂອງການແຜ່ລະບາດ ຊຶ່ງເປັນການຫຼຸດລົງຫຼາຍກວ່າທີ່ມີການຄາດຄະເນໄວ້ກ່ອນໜ້ານີ້.

ທ່ານ ອອສຕິນ ຊູມັກເກີ ນັກວິໄຈຂອງ IHME ແລະ ເປັນຜູ້ນຳດ້ານການຂຽນຂອງການສຶກສາໃນວາລະສານ The Lancet ກ່າວວ່າ: ສຳລັບຜູ້ໃຫຍ່ທົ່ວໂລກ ການແຜ່ລະບາດຂອງພະຍາດໂຄວິດ-19 ມີຜົນກະທົບຢ່າງເລິກເຊິ່ງຫຼາຍກວ່າເຫດການໃດໆທີ່ເກີດຂຶ້ນໃນໄລຍະ 50 ປີທີ່ຜ່ານມາ ບໍ່ວ່າຈະເປັນຄວາມຂັດແຍ່ງ ແລະ ໄພທິບັດທາງທຳມະຊາດ ຊຶ່ງໃນລະຫວ່າງປີ 2020-2021 ຄາດຄະເນອາຍຸສະເລ່ຍໃນປະເທດ ແລະ ເຂດແຄ້ວນ 204 ແຫ່ງ ທີ່ໄດ້ຮັບການວິເຄາະຫຼຸດລົງ 84% ສິ່ງນີ້ສະແດງໃຫ້ເຫັນເຖິງຜົນກະທົບຮ້າຍແຮງທີ່ອາດຈະເກີດຂຶ້ນຈາກໄວຣັດຊະນິດໃໝ່. ທີມນັກວິໄຈໄດ້ປະເມີນວ່າ ອັດຕາການເສຍຊີວິດຂອງຜູ້ທີ່ມີອາຍຸຫຼາຍກວ່າ 10 ປີ ເພີ່ມຂຶ້ນ 22% ແລະ 17% ສຳລັບຜູ້ຊາຍ ແລະ ແມ່ຍິງຕາມລຳດັບ. ເຖິງຢ່າງໃດກໍຕາມ, ການສຶກສາຂອງ IHME ຊີ້ໃຫ້ເຫັນວ່າ: ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ເສຍຊີວິດນ້ອຍລົງ ປະມານ 500.000 ຄົນໃນປີ 2021 ເມື່ອທຽບກັບປີ 2019 ສົ່ງຜົນໃຫ້ອັດຕາການເສຍຊີວິດຂອງເດັກນ້ອຍຫຼຸດລົງໃນໄລຍະຍາວຢ່າງຕໍ່ເນື່ອງ. ນອກຈາກນີ້, ນັກວິໄຈພົບວ່າຜູ້ຄົນທົ່ວໂລກຍັງຄົງມີອາຍຸຍືນຍາວ ເຖິງແມ່ນວ່າພົບກັບການແຜ່ລະບາດໃຫຍ່ກໍຕາມ ໂດຍໃນລະຫວ່າງປີ 1950-2021 ອາຍຸສະເລ່ຍແລກເກີດເພີ່ມຂຶ້ນຈາກ 49 ປີ ເປັນ 72 ປີ.

ອີກຢ່າງໜຶ່ງ, ບັນດານັກວິໄຈປະເມີນວ່າ ພະຍາດໂຄວິດ-19 ເປັນສາເຫດຂອງການເສຍຊີວິດສ່ວນເກີນ 15,9 ລ້ານຄົນ ໃນປີ 2020-2021 ບໍ່ວ່າຈະເປັນການເສຍຊີວິດຈາກເຊື້ອໄວຣັດໂດຍກົງ ຫຼື ທາງອ້ອມ ເນື່ອງຈາກການຢຸດສະງັກທີ່ກ່ຽວຂ້ອງກັບການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງຈຳນວນການເສຍຊີວິດສ່ວນເກີນດັ່ງກ່າວສູງກວ່າໂຕເລກທີ່ອົງການອະນາໄມໂລກ (WHO) ໄດ້ຄາດຄະເນໄວ້ກ່ອນໜ້ານີ້ຫຼາຍລ້ານຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments