Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

ໃນຕອນເຊົ້າຂອງວັນທີ 14 ມີນາ ນີ້ ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງຫົວໜ້າ/ຮອງຫົວໜ້າ 14 ອະນຸກຳມະການພາຍໃຕ້ຄະນະກຳມະການຊີ້ນຳລະດັບຊາດດັ່ງກ່າວ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງ, ຂະ ແໜງການຕ່າງໆເຂົ້າ​ຮ່ວມ.

ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດຄັ້ງນີ້ ໄດ້ປຶກສາຫາລື ແລະ ກວດກາຄືນບັນດາໜ້າວຽກຮີບດ່ວນຂອງ 14 ອະນຸກໍາມະການ ເປັນຕົ້ນແມ່ນວຽກງານດ້ານພະລາທິການ, ດ້ານພາຫະນະ, ສະຖານທີ່ພັກເຊົາ, ສະຖານທີ່ປະຊຸມ, ການປັບປຸງອາຄານກຽດຕິຍົດ ຢູ່ສະໜາມບິນສາກົນວັດໄຕ, ງົບປະມານຮັບໃຊ້ກອງປະຊຸມ, ວຽກງານປະດັບປະດາ ແລະ ເຜີຍແຜ່ໂຄສະນາ ແລະ ວຽກອື່ນໆທີ່ກ່ຽວຂ້ອງ. ຜ່ານການປຶກສາຫາລື ເຫັນວ່າການກະກຽມບັນດາໜ້າວຽກຮີບດ່ວນຂອງ 14 ອະນຸກໍາມະການ ມີຄວາມຄືບໜ້າດີ ແລະ ມີບາງໜ້າວຽກຈະຕ້ອງໄດ້ສືບຕໍ່ປະຕິບັດໃຫ້ສຳເລັດຕາມແຜນການ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານ ແລະ ສະຫຼຸບຕີລາຄາຕໍ່ຜົນສໍາເລັດໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມ ໃນໄລຍະສອງເດືອນຜ່ານມາ ພາຍຫຼັງທີ່ ສປປ ລາວ ໄດ້ເລີ່ມປະຕິບັັດໜ້າທີ່ການເປັນປະທານອາຊຽນ ນັບແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນແມ່ນກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຊຶ່ງໄດ້ຈັດຂຶ້ນໃນວັນທີ 22-27 ມັງກອນ 2024, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 29 ມັງກອນ 2024, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແບບວົງແຄບ ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 5 ມີນາ 2024 ແລະ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 9 ມີນາ 2024.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າໃຫ້ບັນດາອະນຸກໍາມະການ ໃຫ້ສືບຕໍ່ດຳເນີນການກະກຽມບັນດາໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ແລະ ຊຸກຍູ້ໃຫ້ບັນດາກະຊວງຂະແໜງການທີ່ຈະເປັນປະທານກອງປະຊຸມອາຊຽນໃນປີ 2024 ສືບຕໍ່ກະກຽມດ້ານເນື້ອໃນ,​ ດ້ານພາລາທິການ ແລະ ດ້ານອື່ນໆ ໃຫ້ມີຄວາມພ້ອມ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມໃນຂະແໜງການຂອງຕົນ ໂດຍສະເພາະກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນເດືອນກໍລະກົດ 2024 ແລະ ຈະມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດຂອງຄູ່ຮ່ວມມືພາຍນອກອາຊຽນ ຫຼາຍກວ່າ 40 ປະເທດ ເຂົ້າຮ່ວມ ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ຢູ່ ສປປ ລາວ.

ຂ່າວ-ພາບ: ສຳ​ນານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments