Tuesday, May 14, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງການເງິນ ພ້ອມຄະນະລົງເຄື່ອນໄຫວຊຸກຍູ້ວຽກງານທີ່ດ່ານພາສີແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ.

ລັດຖະມົນຕີກະຊວງການເງິນ ພ້ອມຄະນະລົງເຄື່ອນໄຫວຊຸກຍູ້ວຽກງານທີ່ດ່ານພາສີແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ.

ໃນວັນທີ 12 ມີນາ 2024 ທີ່ຜ່ານມານີ້, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ພ້ອມຄະນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານທີ່ດ່ານພາສີແດນສະຫວັນເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍການໃຫ້ກຽດຕ້ອນຮັບຈາກການນຳຂັ້ນແຂວງ, ຂັ້ນເມືອງ, ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການມາເຄື່ອນໄຫວວຽກງານໃນເທື່ອນີ້ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ກໍ່ໄດ້ໄປສຳຫຼວດຈຸດເສັ້ນທາງທຳມະຊາດ, ຈຸດລານຈອດລົດ, ໂອກາດັ່ງກ່າວ ທ່ານ ພອນວິໄລ ແກ້ວບຸນສານ ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນກໍ່ໄດ້ລາຍງານໂດຍສັງເຂບວ່າ: ສຳລັບການພັດທະນາພື້ນຖານໂຄງລ່າງພາຍໃນດ່ານແມ່ນໄດ້ສຳຫຼວດເນື້ອທີ່ດິນທີ່ນອນໃນເຂດດ່ານສາກົນຄຸ້ມຄອງຮ່ວມກັບຜູ້ພັດທະນາເຊິ່ງມີເນື້ອທີ່ດິນທີ່ຜ່ານການສຳຫຼວດໄວ້ແລ້ວມີທັງໝົດ 34,73 ເຮັກຕາ ໃນນີ້ທາງແຂວງສະຫງວນຮັກສາເນື້ອທີ່ໄວ້ເພື່ອເປັນເຂດຄຸ້ມຄອງພັດທະນາພື້ນຖານໂຄງລ່າງຂອງດ່ານສາກົນໄວ້ຈຳນວນ 22,449 ເຮັກຕາ ແລະ ຈະມອບໃຫ້ຜູ້ພັດທະນາລົງທຶນໃນເນື້ອທີ່ດິນ 12.391 ເຮັກຕາ ປັດຈຸບັນຜູ້ລົງທຶນໄດ້ພັດທະນາເນື້ອທີ່ດິນຢູ່ເຂດທີ 1 ໂຊນ A ໃນເນື້ອທີ່ 3.491 ເຮັກຕາ ໂດຍສຳເລັດການກໍ່ສ້າງເດີ່ນລານຈອດລົດພ້ອມທັງໄດ້ເປີດໃຫ້ບໍລິການໃນເດືອນ 7/2023 ເປັນຕົ້ນມາເພື່ອຮອງຮັບ ແລະ ລະບາຍການສັນຈອນພາຫະນະບັນທຸກສິນຄ້າເຂົ້າ-ອອກຜ່ານດ່ານໃຫ້ສະດວກວ່ອງໄວຂື້ນກວ່າເກົ່າໃນແຕ່ລະມື້ ແລະ ສາມາດຮອງຮັບພາຫະນະຂົນສົ່ງສິນຄ້າເຂົ້າຈອດໃນເດີ່ນລານໄດ້ປະມານ 200-250ຄັນ/ມື້ໂດຍທາງດ່ານໄດ້ມອບໃຫ້ບໍລິສັດ ວົງສະຫວັນໂລຈິດສຕິກເປັນຜູ້ບໍລິການຈັດສັນ ແລະໃນນີ້ທາງບໍລິສັດກໍ່ໄດ້ປະກອບສ່ວນພັດທະນາໃຫ້ດ່ານ 10.000 ກີບ/ຄັນ( ທັງຂາເຂົ້າ-ຂາອອກ)ນັບແຕ່ເປີດໃຫ້ບໍລິການມາຮອດປັດຈຸບັນລວມເປັນເງີນ 600 ກວ່າລ້ານກີບ,ໃນການມາເຄື່ອນໄຫວຊຸກຍູ້ວຽກງານໃນຄັ້ງນີ້ ທ່ານສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ກໍ່ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳໂດຍທ່ານໄດ້ເນັ້ນໜັກໃນການຈັດຕັ້ງປະຕິບັດໃນການສືບຕໍ່ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດຖັນແຖວສະມາຊິກພັກ, ພະນັກງານ, ເຈົ້າຂອງທີ່ດິນຕາມຂະແໜງການພາຍໃນດ່ານສາກົນຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃນຂອບເຂດການໃຫ້ບໍລິການ ແລະ ສ້າງສິ່ງອຳນວຍຄວາມສະດວກຮອບດ້ານຂອງຂະແໜງການພາຍໃນດ່ານ ແລະບົນພື້ນຖານຕ້ອງມີຄວາມສາມັກຄີພານໃນໃຫ້ໜັກແໜ້ນ, ນອກຈາກນີ້ແລ້ວກໍ່ຕ້ອງເອົາໃຈໃສ່ສົມທົບກັນຢ່າງກົມກຽວຮັດແໜ້ນກັບພາກສ່ວນພາຍນອກກໍ່ຄື: ເມືອງ, ອຳນາດການປົກຄອງບ້ານ, ກຸ່ມບ້ານ ແລະ ພໍ່ແມ່ປະຊາຊົນທີ່ອາໃສຢູ່ຕາມເຂດບໍລິເວນຊາຍແດນໃຫ້ມີຄວາມສະນິດຮັກແພງກັນດີ, ວຽກງານໂຄງລ່າງການພັດທະນາຢູ່ໃນເຂດບໍລິເວນດ່ານສາກົນນີ້ໃຫ້ຄະນະຄຸ້ມຄອງດ່ານສາກົນແດນສະຫວັນສືບຕໍ່ເອົາໃຈໃສ່ພ້ອມທັງສະໜັບສະໜູນຊ່ວຍເຫຼືອຜູ້ພັດທະນາໂຄງການລົງທຶນຢູ່ເຂດດ່ານຊາຍແດນໄດ້ຮັບການຈັດຕັ້ງປະຕິບັດສຳເລັດຕາມແຜນການ, ສະເໜີໃຫ້ອຳນາດການປົກຄອງເມືອງເຊໂປນສົມທົບກັບຄະນະຄຸ້ມຄອງດ່ານສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງມາກຳນົດຂອບເຂດແດນຂອງດ່ານສາກົນໃຫ້ມີຄວາມລະອຽດຊັດເຈນ ເພື່ອແບ່ງເຂດໃນການຄຸ້ມຄອງ ແລະ ສຳລັບການກຳນົດແຜນຜັງລວມຂອງດ່ານສາກົນແດນສະຫວັນເພື່ອຈະໄດ້ປັບປຸງ ຫຼື ດຳເນີນການກໍ່ສ້າງນັ້ນແມ່ນສະເໜີໃຫ້ການນຳຂອງແຂວງຊີ້ນຳພາກສ່ວນພະແນກທີ່ກ່ຽວຂ້ອງຂອງແຂວງສົມທົບກັບສາຍຕັ້ງຮີບຮ້ອນໃຫ້ສຳຫຼວດອອກແບບ ແລະ ໃຫ້ໄດ້ຈັດຕັ້ງປະຕິບັດໂດຍໄວ, ສຳລັບຈຸດປ່ອງຂ້າມລອບຕາມຊ່ອງທາງທຳມະຊາດໃຫ້ຄະນະຄຸ້ມຄອງດ່ານສາກົນສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຍົກສູງວຽກງານຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການໂຄສະນາເຜີຍແຜ່ລະບຽບກົດໝາຍໃຫ້ມີຄວາມໜັກແໜ້ນ ແລະ ເຮັດເປັນປົກກະຕິຢ່າງຕໍ່ເນື່ອງໃຫ້ກັບພໍ່ແມ່ປະຊາຊົນທີ່ຢູ່ອາໃສໃນເຂດບໍລິເວນຊາຍແດນໄດ້ຮັບຮູ້ ແລະ ເຂົ້າໃຈພ້ອມທັງໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments