Monday, April 29, 2024
Homeສຶກສາຝຶກອົບຮົມຄູ່ມືແຫ່ງຊາດ ເພື່ອປ້ອງກັນ ແລະແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກໃນໂຮງຮຽນຊັ້ນມັດທະຍົມສຶກສາ .

ຝຶກອົບຮົມຄູ່ມືແຫ່ງຊາດ ເພື່ອປ້ອງກັນ ແລະແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກໃນໂຮງຮຽນຊັ້ນມັດທະຍົມສຶກສາ .

ໃນລະຫວ່າງ ວັນທີ 13 -15 ມີນາ 2024 ນີ້ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ເດັກ ໄດ້ຈັດຝຶກອົບຮົມຄູ່ມືແຫ່ງຊາດ ເພື່ອປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ເດັກ ໃນໂຮງຮຽນຊັ້ນມັດທະຍົມສຶກສາ ຢູ່ທີ່ຫ້ອງປະຊຸມຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ທິບພາພອນ ສີອັກສອນ ຮອງປະທານສະຫະພັນແມ່ຍິງແຂວງ ມີ ທ່ານ ສຸວັນທອນ ວັນນະຈັກ ຫົວໜ້າພະແນກສົນທິສັນຍາ ສິດທິເດັກ , ທ່ານ ວິລະໄຊ ທໍາມະວົງ ຜູ້ອຳນວຍການອົງການຊາຍຟັນ ປະຈໍາ ສປປ ລາວ ບັນດາທ່ານ ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ເດັກ ພະແນກການອ້ອມຂ້າງແຂວງ ແລະ ຂັ້ນນະຄອນ ແລະ ທີມງານທີ່ມາຈາກ ອົງການຊາຍຟັນ ພ້ອມດວຍຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມທັງໝົດ 62 ຄົນ ຍິງ 34 ຄົນ, ຊາຍ 28 ຄົນ.

ໃນພິທີ ທ່ານ ນາງ ທິບພາພອນ ສີອັກສອນ ຮອງປະທານສະຫະພັນແມ່ຍິງແຂວງ ກໍ່ໄດ້ມີຄໍາເຫັນ ແລະ ກ່າວເປີດກອງປະຊຸມຝຶກອົບຮົມໃນຄັ້ງນີ້ ໂດຍທ່ານກໍ່ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ການເອົາໃຈໃສ່ ການມີສ່ວນຮ່ວມ ໃນການຈັດຕັ້ງປະຕິບັດການປ້ອງກັນ ແລະ ການແກ້ໄຂຄວາມຮຸນແຮງຕໍ່ເດັກ, ເຊິ່ງເດັກຄືອານາຄົດຂອງຊາດ ,ເດັກຕ້ອງໄດ້ຮັບການປົກປ້ອງຈາກຜູ້ໃຫຍ່, ຈາກເດັກດ້ວຍກັນ ແລະ ເດັກກໍ່ໄດ້ຮຽນຮູ້ການປົກປ້ອງຕົນເອງ ຈາກເຫດການ ທີ່ສົ່ງຜົນກະທົບຄວາມຮຸນແຮງຕໍ່ເຂົາເອງ . ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອໃຫ້ພະນັກງານປ້ອງກັນເດັກໃນຂັ້ນເມືອງ ແລະ ຂັ້ນແຂວງ ໄດ້ຮັບການຝຶກອົບຮົມ ແລະ ມີຄວາມສາມາດໃນການປະຕິບັດໜ້າທີ່ວຽກງານຂອງຕົນໃນດ້ານວຽກງານການປົກປ້ອງເດັກ, ເພື່ອແຕ່ງຕັ້ງຄະນະກໍາມາທິການການປ້ອງກັນເດັກ ຂັ້ນໂຮງຮຽນໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕາມມາດຖານຂອງລັດຖະບານ ພາຍຫຼັງໄດ້ຮັບການຝຶກອົບຮົມ, ເພື່ອໃຫ້ຮູ້ການລາຍງານໃນກໍ່ລະນີທີ່ເກີດຄວາມຮຸ່ນແຮງຕໍ່ເດັກ ເພື່ອໃຫ້ເດັກໄດ້ຮັບການຊ່ວຍເຫຼືອຈາກຄະນະກຳມາທິການ ໃຫ້ວ່ອງໄວ ແລະທັນເວລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments