Tuesday, May 14, 2024
Homeຂ່າວພາຍໃນລັດຖະບານເຫັນຄວາມຈຳເປັນ ຕ້ອງໄດ້ຄວບຄຸມການບໍລິໂພກຢາສູບ

ລັດຖະບານເຫັນຄວາມຈຳເປັນ ຕ້ອງໄດ້ຄວບຄຸມການບໍລິໂພກຢາສູບ

ລັດຖະບານຍາມໃດກໍເຫັນຄວາມສຳຄັນ ແລະ ຈຳເປັນຕ້ອງໄດ້ຄວບຄຸມການບໍລິໂພກຢາສູບ ເພື່ອແນໃສ່ໃຫ້ຜູ້ບໍລິໂພກຢາສູບຫຼຸດລົງເທື່ອລະກ້າວ ໂດຍສະເພາະຕ້ອງໄດ້ມີການໂຄສະນາ ແລະ ເກັບອາກອນຈາກຜູ້ຊົມໃຊ້.

ການເກັບອາກອນຊົມໃຊ້ຈາກທຸກປະເພດສິນຄ້າຟຸ່ມເຟືອຍເປັນຕົ້ນຢາສູບ, ເຫຼົ້າ, ເບຍ, ນໍ້າມັນ, ເຄື່ອງສໍາອາງ, ພາຫະນະ, ການພະນັນ ແລະ ອື່ນໆ. ຢາສູບແມ່ນຜະລິດຕະພັນພິເສດເປັນສິນຄ້າເສບຕິດອັນດຽວທີ່ຍັງຖືກກົດໝາຍທີ່ເຮັດໃຫ້ເຄິ່ງໜຶ່ງຂອງຜູ້ບໍລິໂພກປະຈຳເປັນພະຍາດຮ້າຍແຮງ-ຊໍາເຮື້ອ, ກາຍເປັນພິການ ແລະ ເສຍຊີວິດກ່ອນໄວອັນຄວນ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການຄວບຄຸມການບໍລິໂພກຢາສູບ ໂດຍໄດ້ເກັບອາກອນຊົມໃຊ້ຢາສູບ ຊຶ່ງແມ່ນຜູ້ຊົມໃຊ້ເປັນຄົນຈ່າຍ. ສະນັ້ນ, ຜູ້ສູບຢາກໍເປັນຄົນຈ່າຍອາກອນຊົມໃຊ້ຢາສູບ, ວິທີການຈ່າຍແມ່ນໃຫ້ຈ່າຍຜ່ານບໍລິສັດຢາສູບ ຊຶ່ງບໍລິສັດໄດ້ຄິດໄລ່ອາກອນຊົມໃຊ້ແຕ່ລະຊອງແລ້ວບວກຈໍານວນເງິນທີ່ຕ້ອງຈ່າຍອາກອນຊົມໃຊ້ເຂົ້າໄປໃນລາຄາຢາສູບຕໍ່ຊອງ ກ່ອນທີ່ພວກເຂົາຈະຂາຍອອກຈາກໂຮງງານ.

ໃນປີ 2011-2013 ເສດຖະກິດຂອງລາວມີການຂະຫຍາຍຕົວໃນອັດຕາສູງກວ່າ 10%, ຍ້ອນເສດຖະ ກິດຂະຫຍາຍຕົວຢ່າງວ່ອງໄວເຮັດໃຫ້ຄົນລາວເພີ່ມຄວາມສາມາດໃນການຊື້ສິນຄ້າຫຼາຍໆຢ່າງ ລວມທັງຢາສູບ ໂດຍມີຫຼາຍມາດຕະການທີ່ສາມາດຄວບຄຸມໃຫ້ການບໍລິໂພກຢາສູບຫຼຸດລົງ ເປັນຕົ້ນການໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍຂອງການສູບຢາ ແລະ ການໄດ້ຮັບຄວັນຢາສູບຈາກຄົນອື່ນ, ຈັດໃຫ້ບ່ອນເຮັດວຽກ, ສະຖານທີ່ສາທາລະນະປອດຄວັນຢາສູບ, ພິມຄໍາເຕືອນສຸຂະພາບທີ່ເປັນຮູບພາບໃຫຍ່ໃສ່ຊອງຢາສູບ, ຫ້າມໂຄສະນາສົ່ງເສີມການຂາຍຢາສູບທຸກຮູບແບບ, ປົກປ້ອງນະໂຍບາຍທາງດ້ານສາທາລະນະສຸກຈາກອິດທິພົນ, ການແຊກແຊງຂອງບໍລິສັດຢາສູບ ແລະ ການເກັບອາກອນຊົມໃຊ້ຢາສູບໃຫ້ສູງ. ໃນນັ້ນ, ນະໂຍບາຍການເກັບອາກອນຊົມໃຊ້ສູງໆນີ້ເປັນມາດຕະການທີ່ມີປະສິດທິຜົນສູງສຸດທີ່ຈະຫຼຸດການສູບຢາລົງໄດ້, ຖ້າອາກອນຊົມໃຊ້ສູງລາຄາຢາສູບກໍຈະແພງຄົນສູບຢາກໍຈະຫຼຸດລົງ ໂດຍສະເພາະຜູ້ມີລາຍຮັບຕໍ່າຍັງສາມາດປ້ອງກັນການເຂົ້າເຖິງຢາສູບຂອງເດັກ ແລະ ໄວໜຸ່ມໄດ້. ສຳລັບການຂຶ້ນອາກອນຊົມໃຊ້ຢາສູບລັດຖະບານຈະຕ້ອງຂຶ້ນໃຫ້ສູງກວ່າການເຕີບໂຕຂອງເສດຖະກິດເພື່ອໃຫ້ຢາສູບກາຍເປັນສິນຄ້າທີ່ຄົນບໍ່ສາມາດຊື້ໄດ້ເປັນປະຈໍາ. ໃນນັ້ນ, ມີການສຶກສາຄວາມສາມາດຊື້ຢາສູບຂອງຄົນລາວພົບວ່າ: ຕະຫຼອດ 5 ປີ (1999-2013) ຢາສູບທຸກປະເພດທີ່ຂາຍໃນລາວທັງຢາສູບລາຄາແພງ, ກາງ (ຍອດນິຍົມ) ແລະ ຖືກ ລ້ວນແຕ່ມີມູນຄ່າຖືກລົງເມື່ອທຽບໃສ່ສິນຄ້າທີ່ຈໍາເປັນຕ່າງໆເຊັ່ນ: ເຂົ້າ, ໄຂ່ ແລະ ຄ່າແຮງງານຂັ້ນຕໍ່າ ຊຶ່ງເຮັດໃຫ້ຄົນລາວທຸກຄົນລວມທັງຜູ້ມີລາຍໄດ້ໜ້ອຍສຸດແມ່ນສາມາດຊື້ຢາສູບໄດ້ຫຼາຍຂຶ້ນ.

ຂໍ້ມູນຈາກ UNDP/WHO 2021 ໃຫ້ຮູ້ວ່າ: ຢາສູບເປັນສາເຫດການຕາຍອັນດັບໜຶ່ງຂອງໂລກເມື່ອທຽບກັບການຕາຍຍ້ອນໄຂ້ຍຸງ, ວັນນະໂຣກ, ຖອກທ້ອງ ແລະ ພະຍາດເອດ ລວມເຂົ້າກັນ, ຖ້າບໍ່ມີມາດຕະການ ທີ່ມີປະສິດທິພາບ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຮີບດ່ວນ, ຢາສູບຈະຂ້າຜູ້ບໍລິໂພກເພີ່ມຂຶ້ນເປັນສອງເທົ່າ ຫຼືປະມານ 1 ຕື້ຄົນພາຍໃນສະຕະວັດນີ້. ພ້ອມນັ້ນ, ທົ່ວໂລກມີຄົນຕາຍຍ້ອນຢາສູບກວ່າ 8 ລ້ານຄົນຕໍ່ປີ ແລະ ແຕ່ລະປີຄົນລາວຕາຍຍ້ອນຢາສູບເຖິງ 6.700 ຄົນ ຫຼື 18 ຄົນ/ມື້. ໃນນັ້ນ, ທະນາຄານໂລກຍັງໄດ້ສະເໜີໃຫ້ລັດ ຖະບານແຕ່ລະປະເທດເກັບອາກອນຢາສູບໃຫ້ໄດ້ 2/3 ຫາ 4/5 ຂອງລາຄາຂາຍຍ່ອຍ, ໃນຂະນະທີ່ອົງການອະ ນາໄມໂລກແນະນໍາໃຫ້ປະເທດພາຄີສົນທິສັນຍາເກັບອາກອນຢາສູບໃຫ້ໄດ້ຢ່າງໜ້ອຍ 70% ຂອງລາຄາຂາຍ ຍ່ອຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments