Saturday, July 27, 2024
Homeຂ່າວພາຍໃນລາວ-ສ ເກົາຫຼີ ຫາລືສ້າງເຄືອຄ່າຍທຸລະກິດຮ່ວມກັນ

ລາວ-ສ ເກົາຫຼີ ຫາລືສ້າງເຄືອຄ່າຍທຸລະກິດຮ່ວມກັນ

ກອງປະຊຸມພົບປະສ້າງເຄືອຄ່າຍກັບນັກທຸລະກິດປະເທດ ສ ເກົາຫຼີ ຈັດຂຶ້ນວັນທີ 11 ມີນາ 2024 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍເປັນປະທານຂອງ ທ່ານ ຄຳຫຼ້າ ນາກຄະວົງ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮອງປະທານຜູ້ປະຈຳການສະພາການຄ້າ ແລະ ອຸດສາຫະກຳ ນະຄອນ ຫຼວງວຽງຈັນ ມີນັກທຸລະກິດລາວ ກຸ່ມອາສາສະໝັກ ສເກົາຫຼີ ພ້ອມດ້ວຍພະ ນັກງານວິຊາການກ່ຽວຂ້ອງຝ່າຍລາວ ແລະ ສເກົາຫຼີ ເຂົ້າຮ່ວມ.

ການພົບປະຄັ້ງນີ້ໄດ້ປືກສາຫາລືແລກປ່ຽນການພົວພັນຮ່ວມມືນຳກັນໃນດ້ານທຸລະ ກິດຂອງນັກທຸລະກິດລາວ ກຸ່ມເສດຖະກິດພິເສດຟ້າຊ່ອງ ແລະ ກຸ່ມອາສາສະໝັກຈາກ ສ ເກົາຫຼີ ໃນນີ້ ກຸ່ມອາສາສະໝັກ ສເກົາຫຼີ ໄດ້ສະເໜີໃຫ້ການຊ່ວຍເຫຼືອລ້າໃນດ້ານອຸປະກອນການຮຽນ-ການສອນ ພ້ອມເຄື່ອງຈັກກອບປີ້ເອກະສານຈຳນວນໜຶ່ງໃຫ້ສູນຄິງເຊຈົງ ວຽງຈັນ (Vientiane King Sejong Center) ທີ່ຕັ້ງຢູ່ມະຫາວິທະ ຍາໄລແຫ່ງຊາດ ດົງໂດກ ເພື່ອຊຸກຍູ້ສົ່ງເສີມວຽກງານການສຶກສາໃຫ້ເຂັ້ມແຂງຍິ່ງຂຶ້ນ.

ພ້ອມນີ້ກຸ່ມທຸລະກິດເສດຖະກິດພິເສດຂອງ ຟ້າຊ່ອງ ສເກົາຫຼີ ຍັງໄດ້ເຫັນດີເຊັນບົດບັນທຶກການຮ່ວມມືກັບສະພາການຄ້າ ແລະ ອຸສາຫະກຳ ນະຄອນຫຼວງວຽງຈັນ ເພື່ອຄວາມສະດວກໃນການຮ່ວມມືພັດທະນາສິນຄ້າ SME ຂອງລາວ ແລະ ຂອງ ສ ເກົາ ຫຼີ ເພື່ອສົ່ງອອກ ແລະ ນຳເຂົ້າສິນຄ້າ ເປັນການສົ່ງເສີມນັກທຸລະກິດລາວໄປໃນຕົວ ໃນຕອນທ້າຍທາງກຸ່ມດັ່ງກ່າວຍັງໄດ້ເຊັນບົດບັນທຶກກັບສະຖາບັນການສຶກສາບຸນເກີດ ເພື່ອການສົ່ງເສີມ ແລະ ພັດທະນາດ້ານວິຊາຊີບດ້ານແຮງງານສົ່ງອອກໄປເຮັດວຽກຢູ່ ສ ເກົາຫຼີ ໃນອານາຄົດໃຫ້ຫຼາຍຂຶ້ນຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments