Wednesday, May 15, 2024
Homeສາລະໜ້າຮູ້ເປັນຫັຍງຜົມຫງອກໄວ

ເປັນຫັຍງຜົມຫງອກໄວ

ເປັນຫຍັງບາງຄົນຈຶ່ງມີຜົມຫງອກໄວ, ທັງທີ່ຄວາມຈິງແລ້ວອາຍຸຍັງໜຸ່ມຢູ່ແຕ່ພັດມີຜົມຫງອກແລ້ວ, ເຊິ່ງຜົມຫງອກກ່ອນໄວອັນຄວນມາຈາກຫຼາຍປັດໄຈ, ມື້ນີ້ລາວໂພສນຳມາໃຫ້ທຸກຄົນໄດ້ອ່ານໄປນຳກັນ.

1. ເກີດຈາກກຳມະພັນ: ໃຜຍັງບໍ່ທັນອາຍຸຫຼາຍແຕ່ທີ່ມີຜົມຫງອກແລ້ວແມ່ນໃຫ້ລອງສັງເກດກຳມະພັນ,ເຊື້ອສາຍຂອງຕົນເອງເບິ່ງວ່າເປັນຄົນທີ່ມັກມີຜົມຫງອກໄວຫຼືບໍ?

2. ຂາດໂປຣຕິນ ແລະ ວິຕາມິນບີ 12: ຢາກໃຫ້ຜົມດົກ ແລະ ດຳ, ຮ່າງກາຍຈຳເປັນຕ້ອງໄດ້ຮັບໂປຣຕິນ ແລະ ວິຕາມິນບີ 12 ໃຫ້ພຽງພໍກັບຄວາມຕ້ອງການໃນແຕ່ລະມື້, ເຊິ່ງມັກພົບຈາກຊີ້ນສັດປີກ, ອາຫານທະເລເຊັ່ນ: ຫອຍ, ປາ… ແລະ ອາຫານທີ່ເປັນຜະລິດຕະພັນຈາກນົມເຊັ່ນ: ນົມ, ໂຢເກີດ ແລະ ເນີຍແຂງ.

3. ການສູບຢາ: ການສູບຢາບໍ່ໄດ້ທຳລາຍພຽງແຕ່ປອດເທົ່ານັ້ນ, ແຕ່ຍັງທຳລາຍອະໄວຍະວະອື່ນໆໄປນຳ, ລວມໄປເຖິງການທຳລາຍຂະບວນການຜະລິດເມັດສີໃນເສັ້ນຜົມອີກດ້ວຍ, ພາໃຫ້ສີຂອງເສັ້ນຜົມຜິດປົກກະຕິ.

4. ຄວາມຕຶງຄຽດ: ຈາກລາຍງານການວິໄຈໃນປີ 2013 ຂອງມະຫາວິທະຍາໄລນິວຢອກໄດ້ລະບຸວ່າ ຄວາມຕຶງຄຽດຈະຫຼຸດປະສິດທິພາບໃນການເຮັດວຽກຂອງສະເຕັມເຊວຮາກຜົມ, ສົ່ງຜົນໃຫ້ເສັ້ນຜົມບໍ່ແຂງແຮງ, ການຜະລິດສີຜົມບໍ່ປົກກະຕິຈົນເຮັດໃຫ້ເປັນສີຂາວ ຫຼື ອາດສົ່ງຜົນໃຫ້ຜົມຫຼົ່ນໄດ້ງ່າຍອີກດ້ວຍ.

ວິທີຫຼີກລ່ຽງບໍ່ໃຫ້ຜົມຫງອກກ່ອນໄວອັນຄວນນອກຈາກຈະຫຼີກລ່ຽງຄວາມຕຶງຄຽດ, ບໍ່ສູບຢາ ແລະ ກິນໂປຣຕິນ, ວິຕາມິນບີ 12 ໃຫ້ພຽງພໍແລ້ວ, ຍັງຈະຕ້ອງພັກຜ່ອນໃຫ້ພຽງພໍ, ອອກກຳລັງກາຍສະໝໍ່າສະເໝີ ກໍຈະຊ່ວຍໃຫ້ເຊວຕ່າງໆໃນຮ່າງກາຍ, ລວມທັງເສັ້ນຜົມແຂງແຮງ ແລະ ມີສຸຂະພາບດີອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments