Saturday, July 27, 2024
Homeສາລະໜ້າຮູ້ຄິດກ່ອນຈະຍ້ອມສີຜົມ

ຄິດກ່ອນຈະຍ້ອມສີຜົມ

ຢາຍ້ອມຜົມ ຫລື ສີຍ້ອມຜົມ ຖືກແບ່ງອອກເປັນ 3 ປະເພດຫລັກ ຄື ແບບຊົ່ວຄາບ, ແບບເຄິ່ງຖາວອນ ແລະ ແບບຖາວອນ ໂດຍ 2 ປະເພດທຳອິດບໍ່ຄ່ອຍໄດ້ຮັບຄວາມນິຍົມ ເພາະສະຜົມບໍ່ເທົ່າໃດເທື່ອສີກໍຈາງແລ້ວ ແບບທີ່ໄດ້ຮັບຄວາມນິຍົມຫລາຍໃນປັດຈຸບັນແມ່ນແບບທີ 3 ທີ່ໃຊ້ສານເຄມີລ້ວນໆມາຟອກເມັດສີຜົມເກົ່າອອກ ແລ້ວໃສ່ສານເຄມີທີ່ເຮັດໃຫ້ເກີດສີໃໝ່ລົງໄປ ໜັງຫົວກໍຈະລະລາຍເຄືອງຫລາຍໜ້ອຍຕາມແຕ່ລະບຸກຄົນ ແລະ ດູດຊຶມສານເຄມີເຫລົ່ານີ້ໄປນຳຢ່າງຫລີກເວັ້ນບໍ່ໄດ້ ຫລາຍຄົນຄິດວ່າຈະສ່ຽງສະເພາະຜິວໜັງຫົວອັກເສບ ແລະ ມະເຮັງຂອງໜັງຫົວ, ແຕ່ຈາກການສຶກສາຂອງສະຫະລັດອາເມລິກາ ໂດຍສຶກສາທົບທວນລາຍງານທາງການແພດຈຳນວນ 79 ລາຍງານທົ່ວໂລກ ພົບວ່າ : ການໃຊ້ຢາຍ້ອມຜົມ ຫລື ສີຍ້ອມຜົມ ເພີ່ມຄວາມສ່ຽງຕໍ່ການເກີດມະເຮັງລະບົບເລືອດ ເຊັ່ນ: ມະເຮັງຕ່ອມນຳ້ເຫລືອງ ຊະນິດນັອນຮັອດກິນ 1,15 ເທົ່າ, ມະເຮັງເຕົ້ານົມ 1,06 ເທົ່າ ແລະ ມະເຮັງພົກຍ່ຽວ 1,01 ເທົ່າ ໂດຍສະເພາະຢ່າງຍິ່ງການໃຊ້ສານເຄມີຍ້ອມຜົມກ່ອນປີ 2023

ແນວໃດກໍຕາມ ໃນປັດຈຸບັນອົງການທີ່ດູແລດ້ານມະເຮັງລະຫ່ວາງປະເທດ ບໍ່ວ່າຈະເປັນອົງການວິໄຈມະເຮັງລະຫ່ວາງປະເທດ ແລະ ສະຖາບັນມະເຮັງແຫ່ງຊາດຂອງສະຫະລັດອາເມລິກາຍັງບໍ່ມີບົດສະຫລຸບຢັ້ງຢືນ ເນື່ອງຈາກຍັງບໍ່ມີຫລັກຖານທາງການແພດທີ່ຈະແຈ້ງ ແລະ ພຽງພໍວ່າຢາຍ້ອມຜົມ ຫລື ສີຍ້ອມຜົມເຮັດໃຫ້ເກີດມະເຮັງໄດ້ແທ້, ແຕ່ກໍຍັງບໍ່ອາດໝັ້ນໃຈໄດ້ຕະຫລອດໄປ ໜ່ວຍງານດ້ານສຸຂະພາບກໍຍັງຕິດຕາມເຝົ້າລະວັງຈາກຜົນການວິໄຈໃໝ່ໆຕໍ່ໄປຢ່າງໃກ້ຊິດ

ຝາກເຖິງມືໃໝ່ທີ່ຍັງບໍ່ເຄີຍຍ້ອມຜົມ ຫາກຄິດຈະຍ້ອມໂດຍໃຊ້ສານເຄມີ ກໍຂໍໃຫ້ຄິດໃຫ້ຈົ່ງໜັກ ໂດຍສະເພາະຄົນທີ່ບາງຜົມ ຫລື ຜົມໜ້ອຍຢູ່ແລ້ວ ເພາະການຍ້ອມຜົມເຮັດໃຫ້ຮາກຜົມບໍ່ແຂງແຮງ, ຜົມຂາດຫລົ່ນໄດ້ງ່າຍຢູ່ແລ້ວ ຮ້າຍແຮງຫາກເກິດການແພ້ຢາຍ້ອມຜົມ ຫລື ສີຍ້ອມຜົມຂຶ້ນມາ ເຖິງຂັ້ນຜົມຫລົ່ນໝົດຫົວໄດ້, ຄົນທີ່ເຄີຍຍ້ອມຢູ່ແລ້ວກໍບໍ່ຄວນຍ້ອມຕະຫລອດ ແນະນຳວ່າບໍ່ຄວນເກີນ 9 ເທື່ອຕໍ່ປີ ໃຜທີ່ເຄີຍຍ້ອມກັນເດືອນລະເທື່ອ 1 ປີກໍແມ່ນ 12 ເທື່ອ ເກີນແນ່ນອນ ເພາະການຍ້ອມສີຜົມຈະປຽບດັ່ງການຮັບສານເຄມີເຂົ້າໄປສະສົມໃນຮ່າງກາຍ. ທາງທີ່ດີພໍໃຈໃນສິ່ງທີ່ຕົວເອງເປັນ ຍອມຮັບໃນຄວາມປ່ຽນແປງຂອງສັງຂານຮ່າງກາຍຈະດີທີ່ສຸດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments