Saturday, July 27, 2024
Homeສາລະໜ້າຮູ້ປະໂຫຍດຂອງຜັກນອກ

ປະໂຫຍດຂອງຜັກນອກ

ຜັກນອກ Centella asiatica ເປັນພືດສະໝຸນໄພມີສັບພະຄຸນແກ້ອາການຟົກຊ້ຳ ຫລື ຊ້ຳໃນ, ແຕ່ໃນທາງການແພດແຜນບູຮານຍັງມີການກ່າວເຖິງສັບພະຄຸນດ້ານການບຳລຸງປະສາດ, ຫລຸດຄວາມບົກພ່ອງໃນເລື່ອງການຮຽນຮູ້ ແລະ ຄວາມຈື່ຈຳ. ຈາກການສຶກສາລິດທາງຢາ ແລະ ລິດຊ່ວຍປ້ອງກກັນອາການສະໝອງເສື່ອມຂອງຜັກໜອກໃນການສຶກສາວິໄຈ ທົດລອງໃຫ້ສານສະກັດນຳ້ຜັກໜອກແກ່ໜູຕັ້ງແຕ່ 100, 300 ແລະ 600 ມິນລີກຣາມຕໍ່ນຳ້ໜັກຕົວກິໂລກຣາມ ເປັນເວລາ 3 ອາທິດ ພົບວ່າ : ສານສະກັດຜັກໜອກຂະໜາດ 100 ມິນລີກຣາມຕໍ່ນຳ້ໜັກຕົວກິໂລກຣາມ ມີລິດຄາຍຄວາມກັງວົນ

ນອກຈາກນັ້ນ, ຍັງພົບວ່າສານສະກັດຜັກໜອກຂະໜາດ 600 ມິນລີກຣາມຕໍ່ນຳ້ໜັກຕົວກິໂລກຣາມ ມີຜົນເພີ່ມການຮຽນຮູ້ ແລະ ຄວາມຈື່ຈຳຂອງໜູທີ່ໃຊ້ທົດລອງ ດັ່ງນັ້ນ, ການສຶກສານີ້ຈຶ່ງສະໜັບສະໜູນຄວາມໜ້າເຊື່ອຖືໃນສັບພະຄຸນຂອງຜັກໜອກຕາມແນວທາງການແພດແຜນບູຮານດັ່ງກ່າວ

ສະໝຸນໄພພື້ນເມືອງໃກ້ຕົວທີ່ມີປະໂຫຍດ, ຫາຊື້ງ່າຍ ຫລື ຈະປູກເອງກໍໄດ້ ບໍ່ຫຍຸ້ງຍາກ ດັ່ງຜັກໜອກນີ້ ສາມາດເອົາມາປຸງແຕ່ງເປັນອາຫານໄດ້ຫລາກຫລາຍລາຍການ ບໍ່ວ່າຈະກິນເປັນຜັກກັບ ຫລື ເຮັດເປັນເຄື່ອງດື່ມນຳ້ຜັກໜອກ ກໍບຳລຸງສະໝອງໄດ້ງ່າຍໆດ້ວຍວິທີທຳມະຊາດ ແລະ ລາຄາກໍບໍ່ແພງອີກດ້ວຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments