Saturday, July 27, 2024
HomeUncategorizedປະໂຫຍດຂອງກິນໂຢເກີດກ່ອນນອນ

ປະໂຫຍດຂອງກິນໂຢເກີດກ່ອນນອນ

1. ຊ່ວຍໃຫ້ນອນຫລັບງ່າຍ : ໂຢເກິດມີສ່ວນປະກອບຂອງນົມ ໃນໂຢເກິດຈຶ່ງມີທຣິບໂຕເຟນ ກົດອະມິໂນທີ່ຊ່ວຍສົ່ງເສີມໃຫ້ເກີດຄວາມຮູ້ສຶກງ່ວງນອນ ແລະ ທຣິບໂຕເຟນຍັງຈະຊ່ວຍກະຕຸ້ນການຫລັ່ງຮໍໂມນເຊໂຣໂທນິນ ຮໍໂມນທີ່ຊ່ວຍໃຫ້ເກີດຄວາມຮູ້ສຶກຜ່ອນຄາຍ ເຮັດໃຫ້ນອນຫລັບງ່າຍກ່ວາເກົ່າ

2. ຊ່ວຍກະຕຸ້ນລະບົບຂັບຖ່າຍ : ໃນໂຢເກິດມີໂປຣໄບໂອຕິກ ແບັກທີເຣຍຊະນິດດີຕໍ່ລຳໄສ້ ແລະ ລະບົບຍ່ອຍອາຫານ ຊ່ວຍກະຕຸ້ນການເຮັດວຽກຂອງລະບົບຍ່ອຍອາຫານ ແລະ ລະບົບຂັບຖ່າຍ ພ້ອມທັງໂປຣໄບໂອຕິກ ຍັງຈະຊ່ວຍປັບຄວາມດຸ່ນດ່ຽງຈຸລິນຊີໃນລຳໄສ້ ສົ່ງຜົນໃຫ້ສຸຂະພາບໂດຍລວມຂອງຮ່າງກາຍດີຂຶ້ນນຳ ໂດຍສະເພາະຫາກກິນໂຢເກິດຕອນທ້ອງວ່າງໃນຕອນເຊົ້າ ຫລື ກ່ອນເຂົ້ານອນ ຈຸລິນຊີຊະນິດດີ ແລະ ໂປຣໄບໂອຕິກຈະເຂົ້າໄປຈັດລະບຽບບັນດາສິ່ງມີຊີວິດຕົວນ້ອຍໆພາຍໃນກະເພາະອາຫານ ແລະ ລຳໄສ້ ເຊົ້າມາກໍຈະຂັບຖ່າຍຄ່ອງຂຶ້ນ ແລະ ງ່າຍຂຶ້ນກ່ວາເກົ່າ

3. ຊ່ວຍລ້າງສານພິດໃຫ້ຮ່າງກາຍ : ຫລັງຈາກໂຢເກິດໄດ້ເຂົ້າໄປກະຕຸ້ນລະບົບຂັບຖ່າຍແລ້ວ ການທີ່ຮ່າງກາຍຂັບຖ່າຍໄດ້ດີຂຶ້ນ ກໍປຽບດັ່ງໄດ້ລ້າງສານພິດລຳໄສ້ໄປໃນຕົວ ສິ່ງສຳຄັນຍັງຈະສົ່ງຜົນດີຕໍ່ການດູດຊຶມສານອາຫານອີກດ້ວຍ ໂດຍສະເພາະຄົນທີ່ມີພຸງ ແລະ ຮູ້ສຶກອຶດອັດທ້ອງ ຖ່າຍຍາກ ການໄດ້ຮັບໂປຣໄບໂອຕິກ ຈາກໂຢເກິດ ເປັນປະຈຳ ຈະຊ່ວຍປັບຄວາມດຸ່ນດ່ຽງລະບົບຍ່ອຍອາຫານ ແລະ ລະບົບຂັບຖ່າຍໄດ້ ຈາກນັ້ນພຸງທີ່ເຄີຍປ່ອງ ແລະ ອຶດອັດກໍຈະຍຸບລົງ ພຽງກິນໂຢເກິດກ່ອນນອນຕິດຕໍ່ກັນຢ່າງໜ້ອຍ 1 ອາທິດຂຶ້ນໄປ

4. ຊ່ວຍຄວບຄຸມນຳ້ໜັກ : ກິນໂຢເກິດກ່ອນນອນຕຸ້ຍຫລືບໍ່ ? ຫລາຍຄົນກັງວົນບ່ອນນີ້ ເຊິ່ງກໍຕອບເລີຍວ່າ ໂຢເກິດເປັນອາຫານວ່າງກ່ອນນອນທີ່ຊ່ວຍຫລຸດຄວາມຫິວໃຫ້ຄົນມັກກິນຈຸກຈິກຕອນກາງຄືນໄດ້ເປັນຢ່າງດີ ເພາະໂຢເກິດມີໂປຣຕິນ ເຊິ່ງຈະເຮັດໃຫ້ອີ່ມທ້ອງແບບສະບາຍໆ ແລະ ຍັງມີກາລໍຣີຕໍ່າ ເໝາະສົມກັບຄົນທີ່ກຳລັງຄວບຄຸມນຳ້ໜັກ ຈະກິນແກ້ຫິວຍາມເດິກກໍໄດ້ ແຕ່ທັງນີ້ກໍຄວນເລືອກໂຢເກິດຊະນິດມັນໄຂຕໍ່າ, ນຳ້ຕານໜ້ອຍ ຫລື ລົດຊາດທຳມະຊາດ ລວມໄປເຖິງຕ້ອງຄວບຄຸມອາຫານໃນຕອນກາງເວັນ ຮ່ວມກັບໝັ່ນອອກກຳລັງກາຍນຳ

5. ເສີມສ້າງກ້າມຊີ້ນ : ລະຫ່ວາງທີ່ເຮົານອນຫລັບ ຮ່າງກາຍຈະມີຂະບວນການເສີມສ້າງ ແລະ ຟື້ນຟູສ່ວນທີ່ເສື່ອມສະພາບ ເຊິ່ງການກິນໂຢເກິດກ່ອນນອນກໍຈະຊ່ວຍເສີມໂປຣຕິນໃຫ້ຮ່າງກາຍ ດຶງໄປເສີມສ້າງກ້າມຊີ້ນ ໂດຍສະເພາະຄົນທີ່ອອກກຳລັງກາຍແບບໃຊ້ກ້າມຊີ້ນໜັກໆ ການກິນໂຢເກິດທີ່ມີໂປຣຕິນກ່ອນເຂົ້ານອນກໍຈະຟື້ນຟູມວນກ້າມຊີ້ນທີ່ເສຍຫາຍ ພ້ອມກັນນັ້ນກໍຊ່ວຍປ້ອງກັນການສູນເສຍກ້າມຊີ້ນໃນລະຫວ່າງທີ່ຫລັບໄປ ແຕ່ກໍຄວນເລືອກກິນໂຢເກິດທີ່ມີໂປຣຕິນຫລາຍໆ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments