Saturday, July 27, 2024
Homeສາລະໜ້າຮູ້ວິທີເຮັດໃຫ້ໜ້າງາມ ຈາກການນອນເດີກ

ວິທີເຮັດໃຫ້ໜ້າງາມ ຈາກການນອນເດີກ

ນຳ້ : ການຂາດນຳ້ເປັນສາເຫດໜຶ່ງທີ່ເຮັດໃຫ້ໃບໜ້າທ່ານໂຊມ ໂດຍສະເພາະຖ້າດື່ມອານກໍຮໍຈະເຮັດໃຫ້ຜິວຂອງທ່ານແຫ້ງຢ່າງໄວວາ. ດັ່ງນັ້ນ, ສິ່ງທີ່ຄວນເຮັດເປັນອັນດັບທຳອິດເມື່ອຕື່ນນອນຕອນເຊົ້າກໍຄືດື່ມນຳ້ຫລາຍໆທີ່ສຸດ, ກ່ອນອອກຈາກເຮືອນພະຍາຍາມດື່ມນຳ້ໃຫ້ໄດ້ 500 – 600 ເຊເຊ ແລະ ດື່ມນຳ້ຕະຫລອດມື້, ຖ້າມື້ໃດທີ່ຈະຕ້ອງດື່ມອານກໍຮໍກໍຄວນຈະດື່ມນຳ້ລ່ວງໜ້າໄວ້ໃຫ້ຫລາຍໆກ່ອນຍິ່ງດີ

ຜັດຖູຜິວ : ສະພາບຜິວຈາກການນອນເດິກຫລາຍນັ້ນຈະແຫ້ງຫຍາບ. ການໃຊ້ວິທີຜັດຖູຜິວເພື່ອກຳຈັດແຊນຜິວທີ່ຕາຍແລ້ວອອກໃນຂັ້ນຕອນການລ້າງໜ້າກໍຈະຊ່ວຍກະຕຸ້ນແຊນຜິວໃໝ່ທີ່ດີໃຫ້ຕື່ນໂຕ ແລະ ຊ່ວຍເຮັດໃຫ້ການໄຫລວຽນຂອງເລືອດບໍລິເວນໃບໜ້າດີຂຶ້ນ

ມອຍເຈີໄຣເຊີບຳລຸງໃຫ້ຊຸ່ມຊື່ນ : ນຳ້ຈະຊ່ວຍໃຫ້ແຊນຜິວຂອງທ່ານກັບມາຊຸ່ມຊື່ນຕາມທຳມະຊາດ, ແຕ່ອາດຕ້ອງໃຊ້ເວລາດົນ ຜະລິດຕະພັນມອຍເຈີໄຣເຊີຈຶ່ງຖືເປັນໂຕຊ່ວຍທີ່ດີ ແລະ ຖ້າທ່ານເລືອກມອຍເຈີໄຣເຊີທີ່ມີສ່ວນປະສົມຂອງນຳ້ມັນເປບເປີມິນ ຫລື ສານສະກັດຈາກໂສມ ຈະເປັນສ່ວນປະສົມທີ່ຊ່ວຍໄດ້ຫລາຍສຸດ

ວິຕາມິນເຊ : ການນອນເດິກແຕ່ຕື່ນເຊົ້າຈະເຮັດໃຫ້ຂອບຕາດຳຄຳ້, ຖົງກ້ອງຕາກໍເຫັນຈະແຈ້ງ. ສະນັ້ນ ການທາເຈວ ຫລື ຄຣີມບຳລຸງອ້ອມຮອບດວງຕາ ໂດຍສະເພາະທີ່ມີສ່ວນປະສົມຈາກວິຕາມິນເຊ ຈະຊ່ວຍຫລຸດຄວາມດຳຄຳ້ຂອງຂອບຕາໄດ້ ແລະ ຈະໄດ້ຜົນຍິ່ງຂຶ້ນຖ້າເອົາເຈວໄປແຊ່ໃນຕູ້ເຢັນກ່ອນຈຶ່ງເອົາມາທາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments