Saturday, July 27, 2024
Homeຂ່າວພາຍໃນສະຫຼຸບການຈັດຕັ້ງປະຕິບັດວຽກງານໂຄງການ ພັດທະນາໂຄ່ງລ່າງຊົນນະບົດ ພາກເໜືອ-ທຶນເພີ່ມ ປະຈຳແຂວງອຸດົມໄຊ

ສະຫຼຸບການຈັດຕັ້ງປະຕິບັດວຽກງານໂຄງການ ພັດທະນາໂຄ່ງລ່າງຊົນນະບົດ ພາກເໜືອ-ທຶນເພີ່ມ ປະຈຳແຂວງອຸດົມໄຊ

ໃນວັນທີ 11 ມີນາ 2024 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການພັດທະນາໂຄງລ່າງຊົນນະບົດ ພາກເໜືອ-ທຶນເພີ່ມ, ສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງໂຄງການ ແລະ ປິດໂຄງການ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນເກີດ ສະໜອງໄຊ ຮັກສາການຫົວໜ້າພະແນກກະສະກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ແລະ ທ່ານ ນາງ ບຸນທຽນ ວົງໄກສອນ ຮອງຫົວໜ້າກົມຊົນລະປະທານ, ມີທ່ານ ສາຍລົມ ຈັນສຸກ ຮັກສາການຫົວໜ້າຈຸດປະສານງານໂຄງການ, ທ່ານຮອງເຈົ້າເມືອງ 2 ເມືອງເປົ້າໝາຍຂອງໂຄງການ, ມີຫົວໜ້າ ແລະ ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ, ທ່ານ ບຸນມີ ສຸທິວົງ ຫົວໜ້າໜ່ວຍງານຄຸ້ມຄອງໂຄງການປະຈໍາແຂວງອຸດົມໄຊ ໄດ້ຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ-ທຶນເພີ່ມ: ໂຄງການໄດ້ຮັບການອະນຸມັດງົບປະມານຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ໃນວັນທີ 31 ພຶດສະພາ 2017 ຈໍານວນ 35,6 ລ້ານໂດລາ, ທຶນສົມທົບຂອງລັດຖະບານ 2 ລ້ານໂດລາ ລວມທັງໝົດ 37.6 ລ້ານໂດລາ ໄລຍະຈັດຕັ້ງປະຕິບັດໂຄງການ: ປີ 2017-2024, ໂຄງການນີ້ໄດ້ຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອຄື: ແຂວງ ອຸດົມໄຊ, ແຂວງ ຜົ້ງສາລີ, ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ, ສໍາລັບຢູແຂວງ ອຸດົມໄຊ ໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງ ຄື: ເມືອງແບງ ແລະ ເມືອງຮຸນ, ໄດ້ຮັບການລົງທຶນໃສ່ໃນການກໍ່ສ້າງຟື້ນຟູພື້ນຖານໂຄງລ່າງດ້ານຊົນລະປະທານຈໍານວນ 4 ໂຄງການ, ເມືອງລະ 2 ໂຄງການ, ສ້າງຕັ້ງກຸ່ມຜູ້ຊົມໃຊ້ນໍ້າ ຈໍານວນ 14 ກຸ່ມ ແລະ ໄດ້ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ກຸ່ມ ດ້ານການບໍລິຫານກຸ່ມ, ການຄຸ້ມຄອງການເງິນ, ການຄຸ້ມຄອງນໍາໃຊ້ລະບົບຊົນລະປະທານ, ການສົ່ງເສີມກະສິກໍາ, ການຕະຫຼາດຜະລິດຕະພັນກະສິກໍາ, ການປູກຝັງຕາມສັນຍາຜູກພັນການຜະລິດ. ແຕ່ລະໜ້າວຽກຂອງໂຄງການໄດ້ຈັດຕັ້ງປະຕິບັດສໍາເລັດ 100% ແລະ ໄດ້ມອນ-ໂອນໃຫ້ກຸ່ມເປັນຜູ້ຄຸ້ມຄອງນໍາໃຊ້ ແລະ ບົວລະບັດຮັກສາ, ຈຸດປະສົງຫຼັກຂອງໂຄງການແມ່ນຟື້ນຟູພື້ນຖານໂຄງລ່າງດ້ານຊົນລະປະທານເພື່ອຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ປະຊາຊົນ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ.

ຂ່າວ: ແສງອາທິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments