Saturday, July 27, 2024
Homeຂ່າວພາຍໃນຄະນະນຳແຂວງອັດຕະປື ຕ້ອນຮັບຄະນະນຳສູນກາງແນວລາວສ້າງຊາດ

ຄະນະນຳແຂວງອັດຕະປື ຕ້ອນຮັບຄະນະນຳສູນກາງແນວລາວສ້າງຊາດ

ວັນທີ 12 ມີນາ 2024 ນີ້, ທີ່ຫ້ອງຮັບແຂກຂອງແຂວງ ທ່ານ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ດຣ ນ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ທີ່ລົງເຄື່ອນໄຫວວຽກງານແນວລາວສ້າງຊາດຢູ່ແຂວງອັດຕະປື ເຊິ່ງທ່ານ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ ໄດ້ກ່າວສະແດງການຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະນຳສູນກາງແນວລາວສ້າງຊາດ ທີ່ໄດ້ມາເຄື່ອນໄຫວວຽກງານຢູ່ແຂວງອັດຕະປືໃນເທື່ອນີ້ ພ້ອມນີ້, ທ່ານໄດ້ລາຍງານໃຫ້ຮູ້ເຖິງສະພາບການທີ່ພົ້ນເດັ່ນໂດຍລວມ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນທົ່ວສັງຄົມ ກໍ່ຄື ຢູ່ແຂວງອັດຕະປື ທີ່ຕິດພັນກັບວຽກງານແນວລາວສ້າງຊາດ.

ການເຄື່ອນໄຫວວຽກງານ ຂອງຄະນະສູນກາງແນວລາວສ້າງຊາດ ຢູ່ແຂວງອັດຕະປືໃນເທື່ອນີ້ ເພື່ອຊຸກຍູ້ວຽກງານກົງຈັກ-ບຸກຄະລາກອນ ທີ່ຕິດພັນກັບການກະກຽມດຳເນີນກອງປະຊຸມໃຫຍ່ 03 ຂັ້ນ ຂອງແນວລາວສ້າງຊາດ ຢູ່ແຂວງອັດຕະປື.

ຂ່າວ: ວິໄລສັກ ແກ້ວຫຼວງໂຄດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments