Home ສາລະໜ້າຮູ້ ຄຸນປະໂຫຍດໝາກນາວ

ຄຸນປະໂຫຍດໝາກນາວ

0
102

1. ຊ່ວຍບຳລຸງສຸຂະພາບຜິວໃຫ້ກ້ຽງງາມສົດໃສ.

2. ປະກອບດ້ວຍວິຕາມິນ ແລະ ແຮ່ທາດຫລາຍຊະນິດທີ່ມີປະໂຫຍດຕໍ່ຮ່າງກາຍ ເຊັ່ນ: ວິຕາມິນ A, ວິຕາມິນ C, ການຊຽມ, ຟົສຟໍ, ກົດຊິຕຣິກ, ກົດມາລິກ.

3. ໃນໝາກນາວ 1 ໜ່ວຍຈະມີນຳ້ມັນຫອມລະເຫີຍຢູ່ຫລາຍເຖິງ 7% ເຊິ່ງນຳມາໃຊ້ປະໂຫຍດໃນການປະສົມເປັນນຳ້ຢາເຮັດຄວາມສະອາດຕ່າງໆ ເຊັ່ນ: ນຳ້ຢາລ້າງຈານ ເປັນຕົ້ນ.

4. ມີນຳ້ມັນຫອມລະເຫີຍທີ່ໃຫ້ກິ່ນຫອມສົດຊື່ນ Aromatherapy.

5. ຊ່ວຍໃນການກັດ ຫລື ຍ່ອຍ ເຊິ່ງຖືວ່າເປັນກົດໝາກໄມ້ຢ່າງໜຶ່ງ AHA ທີ່ເປັນທີ່ຍອມຮັບໃນການຊ່ວຍເລັ່ງການຜັດປ່ຽນແຊນຜິວທີ່ເສື່ອມສະພາບອອກໄປ.

6. ໃຊ້ໃນການປຸງແຕ່ງລົດຊາດຂອງອາຫານ.

7. ປະສົມເຄື່ອງດື່ມອານກໍຮໍບາງຊະນິດ ໂດຍຈະນິຍົມຝານໝາກນາວອອກເປັນປ່ຽນບາງໆສຽບໄວ້ກັບຂອບຈອກນັ້ນເອງ.

8. ສຳລັບປະໂຫຍດຂອງເປືອກໝາກນາວນັ້ນ ເມື່ອບີບນຳ້ອອກໝົດແລ້ວໃຫ້ເອົາມາທາບໍລິເວນຄາງ, ເຂົ່າ, ຂໍ້ສອກ, ສົ້ນນ່ອງ ກໍຈະຊ່ວຍໃຫ້ຜິວບໍລິເວນເຫລົ່ານີ້ມີຄວາມນຸ້ມນວນຫລາຍຂຶ້ນ ແລະ ນອກຈາກນີ້ຍັງໃຊ້ເປືອກແຫ້ງມາຕົ້ມເອົານຳ້ດື່ມເປັນຢາແກ້ຈຸກແໜ້ນທ້ອງ, ໄລ່ຂີ້ກະເທີ່, ບຳລຸງກະເພາະໄດ້ນຳ.

9. ປະໂຫຍດຂອງໝາກນາວສຳລັບຜູ້ທີ່ເປັນສິວຝ້າ ໝາກນາວຈະຊ່ວຍປິ່ນປົວສິວຂອງທ່ານໃຫ້ຫລຸດໜ້ອຍລົງໄດ້ ເພາະໝາກນາວມີລິດເປັນກົດອ່ອນໆຈະເຮັດໃຫ້ຫລຸດການອັດຕັນຮູຂຸມຂົນຈາກສິວ ແລະ ຍັງຊ່ວຍໃນການກຳຈັດຄວາມມັນ ແລະ ເຊື້ອພະຍາດເທິງຜິວໜ້າໄດ້ນຳ ໂດຍທ່ານສາມາດເອົາໝາກນາວມາທາໃສ່ສິວກ່ອນນອນທຸກມື້ ສິວຈະຄ່ອຍໆຍຸບລົງໄປເອງ.

10. ແກ້ບັນຫາຜິວແຕກລາຍ ໂດຍການໃຊ້ນຳ້ໝາກນາວທາໃສ່ບໍລິເວນດັ່ງກ່າວເປັນປະຈຳ.

11. ແກ້ບັນຫາສົ້ນນ່ອງແຕກ ໂດຍການເອົານຳ້ໝາກນາວມາທາບໍລິເວນສົ້ນນ່ອງ ມື້ລະ 3 ເທື່ອ.

12. ການແປຮູບໝາກນາວ ໝາກນາວແປຮູບເປັນນຳ້ໝາກນາວສຳເລັດຮູບໃຊ້ປຸງແຕ່ງອາຫານ, ໝາກນາວຕາກແຫ້ງ, ນຳ້ໝາກນາວເຂັ້ມຂຸ້ນ, ໝາກນາວຝຸ່ນ, ເຄື່ອງດື່ມປະສົມນຳ້ໝາກນາວ, ແຍມໝາກນາວ, ເຢນລີ່ໝາກ, ສະບູປະສົມໝາກນາວ, ຢາສະຜົມປະສົມໝາກນາວ, ນຳ້ຢາລ້າງຈານ ປະສົມໝາກນາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here