Home ຂ່າວຕ່າງປະເທດ ອາກຊັງຕິນ ປັບຫລຸດອັດຕາດອກເບ້ຍ ລະດັບ 80%

ອາກຊັງຕິນ ປັບຫລຸດອັດຕາດອກເບ້ຍ ລະດັບ 80%

0

ສຳນັກຂ່າວ CNBC, ເມື່ອບໍ່ດົນມານີ້, ທະນາຄານ​ກາງ​ ອາກຊັງຕິນ ​ປະກາດ ປັບຫລຸດ ​ອັດຕາ ​ດອກ​ເບ້ຍ ​ນະ​ໂຍບາຍ​ລົງ ​ເປັນ 80%ຈາກ 100%​ເນື່ອງຈາກ ​ຄະນະ​ ກຳມະການ ​ທະນາຄານ​ກາງ ​ເຫັນ​ວ່າ:ອັດຕາ ເງິນເຟີ້ ປະຈໍາເດືອນ ໄດ້ເລີ່ມຊ້າລົງ.ຂະນະທີ່, ເງິນເປໂຊ ຂອງອາກຊັງຕິນ ຍັງຄົງແຂງຄ່າ ເມື່ອທຽບກັບ ຄ່າເງິນໂດລາ ສະຫະລັດ ໃນຕະຫລາດໂລກ. ທະນາຄານ ອາກຊັງຕິນ ລະບຸເຖິງ ຫລາຍປັດໄຈ ທີ່ໃຊ້ປະກອບ ການພິຈາລະນາ ການປັບຫລຸດ ອັດຕາ ດອກເບ້ຍ ຄັ້ງນີ້ ລວມທັງ ການສ້າງຕັ້ງ ທຶນສຳຮອງໃໝ່ ຢ່າງຕໍ່ເນື່ອງ.ເຖິງວ່າ ອັດຕາ ເງິນເຟີ້ ປະຈໍາປີ ເກີນ 250%ກໍ່ຕາມ.ດັດຊະນີ ລາຄາ ຜູ້ບໍລິໂພກ(CPI) ຈະເພີ່ມຂຶ້ນ ລະດັບ 15%/ໃນເດືອນກຸມພາ, ຊ້າລົງ ຈາກ 21% ໃນເດືອນມັງກອນ ແລະ 26% ໃນເດືອນທັນວາ. ເຖິງຢ່າງໃດກໍຕາມ, ອັດຕາເງິນເຟີ້ ຂອງປີຕໍ່ປີ ມີທ່າອຽງ ເພີ່ມຂຶ້ນ ຫລາຍກວ່າ 280%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version