Home ຂ່າວຕ່າງປະເທດ ອີເກຍ ຈະປັບຫລຸດລາຄາສິນຄ້າໃນຫລາຍປະເທດປີນີ້

ອີເກຍ ຈະປັບຫລຸດລາຄາສິນຄ້າໃນຫລາຍປະເທດປີນີ້

0
Samutprakarn Thailand - Aug 6 2022: IKEA, Swedish Furniture Company in Thailand. People come out to buy furniture.

ສຳນັກຂ່າວ CNBC, ວັນທີ 12ມີນານີ້, ອີເກຍ(Ikea) ເປັນຍີ່ຫໍ້ ຈຳໜ່າຍ ເຄື່ອງເຟີນີເຈີ ແລະ ເຄື່ອງໃຊ້ພາຍໃນເຮືອນ ສັນຊາດ ຊູແອັດ ປະກາດ ຈະປັບຫລຸດ ລາຄາ ສິນຄ້າ ໃນຫລາຍ ປະເທດ ທົ່ວໂລກລົງ ເນື່ອງຈາກ ອັດຕາ ເງິນເຟີ້ ທົ່ວໂລກ ​ຫລຸດ​ລົງ​ ລວມທັງ ຍຸດທະສາດ ການສົ່ງເສີມ ການລົງທຶນ ຜ່ານການ ປັບຫລຸດລາຄາ ສິນຄ້າ. IKEA ຂະຫຍາຍແຜນ ການຫລຸດລາຄາ ຕື່ມອີກ ໃນປີ 2024 ໃນທຸກຕະຫລາດ ທົ່ວໂລກໂດຍມີ ເປົ້າໝາຍ ປັບຫລຸດ ລາຄາ ກັບໄປສູ່ ລະດັບ ກ່ອນປີ 2022 ກ່ອນຈະມີການປັບຂຶ້ນ ລາຄາ ສິນຄ້າຊຶ່ງການເຄື່ອນໄຫວນີ້ ເກີດຂຶ້ນ ພາຍຫລັງ ຕົ້ນທຶນ ການຂົນສົ່ງ ແລະ ວັດຖຸດິບ ປັບຕົວ ຫລຸດລົງ.ເນື່ອງຈາກ ໃນປັດຈຸບັນ ຜູ້ບໍລິໂພກ ຈໍານວນຫລາຍ ມີເງິນໜ້ອຍລົງ ໂດຍການຫລຸດລາຄານີ້ ຈະເລີ່ມຕົ້ນ ໃນເອີຣົບກ່ອນ ນັບຕັ້ງແຕ່ ເດືອນກັນຍາ ເປັນຕົ້ນໄປ. ນັບຕັ້ງແຕ່ ເດືອນກັນຍາຫາ ເດືອນພະຈິກ ປີກາຍນີ້, ກຸ່ມບໍລິສັດ Ingka ໄດ້ລົງທຶນ ຫລາຍກວ່າ 1 ຕື້ເອີໂຣ (ປະມານ 1,1 ຕື້ໂດລາ ສະຫະລັດ) ໃນການປັບຫລຸດ ລາຄາສິນຄ້າ ໃນຕະຫລາດຕ່າງໆ ທີ່ບໍລິສັດ ດຳເນີນ ທຸລະກິດຢູ່ ໂດຍທີ່ ການາດາ ລາຄາ ຂອງຕູ້ໜັງສື Billy ຊຶ່ງເປັນສິນຄ້າ ຍອດນິຍົມ ປັບຫລຸດລົງ 20% ຫລັງຈາກ ບໍລິສັດ ໄດ້ລົງທຶນ 55 ລ້ານເອີໂຣ ເພື່ອຫລຸດ ລາຄາ ສິນຄ້າ ຫລາຍກວ່າ 1,500 ລາຍການ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version