Saturday, July 27, 2024
Homeຂ່າວຕ່າງປະເທດສ.ອາເມລິກາ ຄາດການເງິນເຟີ້ໄລຍະຍາວຍັງສູງ

ສ.ອາເມລິກາ ຄາດການເງິນເຟີ້ໄລຍະຍາວຍັງສູງ

ສຳນັກຂ່າວCNBC, ວັນທີ12ມີນານີ້, ຜົນກນສຳຫລວດ ຄາດການ ຂອງຜູ້ບໍລິໂພກ ຂອງທະນາຄານກາງ ສະຫະລັດ(Fed),ສາຂາ ນິວຢອກ, ໃນເດືອນກຸມພາ ພົບວ່າ: ທ່າອຽງ ຄາດການ ອັດຕາ ເງິນເຟີ້ ຂອງຜູ້ບໍລິໂພກ ໃນໄລຍະ 1 ປີຕໍ່ໜ້າ ຍັງຄົງຢູ່ທີ່ 3%. ຂະນະທີ່ ຄາດການ ໃນໄລຍະເວລາ 3ປີ ເພີ່ມຂຶ້ນ 0,3% ມາຢູ່ ລະດັບ 2,7%ສ່ວນຄາດ ຄະເນ ໄລຍະ 5ປີ ເພີ່ມຂຶ້ນ 0,4% ແຕະລະດັບ 2,9%.ຕົວເລກ ຄາດການ ເງິນເຟີ້ທັງ 3 ກອບເວລາ ຍັງຢູ່ຫ່າງຈາກ ເປົ້າໝາຍ ເງິນເຟີ້ ລະດັບ 2% ຂອງທະນາຄານກາງ ສະຫະລັດ ຫລື Fed ໃນໄລຍະ 12 ເດືອນ ທີ່ຜ່ານມາ ໄດ້ຊີ້ ໃຫ້ເຫັນວ່າ:Fed ອາດຈໍາເປັນ ຕ້ອງໃຊ້ ນະໂຍບາຍ ການເງິນ ແບບເຂັ້ມງວດ ຕໍ່ໄປອີກ.ຫລັງຈາກ ການຄາດຄະເນດັ່ງກ່າວ ເປັນຕົວຊີ້ວັດ ທີ່ສໍາຄັນ ໃນການກໍານົດ ເສັ້ນທາງ ຂອງອັດຕາ ເງິນເຟີ້ ຢູ່ລະດັບສູງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments