Saturday, July 27, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ຊຸກຍູ້ພາລະກິດຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ

ສສ ຫວຽດນາມ ຊຸກຍູ້ພາລະກິດຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກອງປະຊຸມ ຄັ້ງທີ 68 ຄະນະ ກຳມະການ ຖານະ ບົດບາດ ແມ່ຍິງ (CSW68) ຂອງສະພາ ເສດ ຖະກິດ, ສັງຄົມ ສປຊ (ECOSOC) ໄດ້ໄຂຂຶ້ນ ຢູ່ສຳນັກງານ ສປຊ ຢູ່ ນິວຢອກ ຂອງ ສ.ອາເມລິກາ. ກອງປະຊຸມ ພາຍໃຕ້ຫົວຂໍ້ “ຍູ້ໄວ ການຊຸກຍູ້ ຄວາມສະເໝີພາບ ລະຫວ່າງ ຍິງ – ຊາຍ ແລະ ມອບສິດໃຫ້ແກ່ ແມ່ຍິງ ແລະ ເດັກນ້ອຍ, ຮັບຮອງເອົາ ການລົບລ້າງ ຄວາມອຶດຫິວ, ຫລຸດຜ່ອນ ຄວາມທຸກຍາກ, ເພີ່ມທະວີລະບອບ ລະບຽບການ ແລະ ສະໜອງ ການເງິນ ທີ່ມີການຄິດເຖິງ ແງ່ມູມຍິງ-ຊາຍ”. ໃນໂອກາດນີ້ ທ່ານ ນາງ ຫວໍທິແອັງຊວັນ, ຮອງປະທານ ປະເທດ ຫວຽດນາມ ໄດ້ກ່າວເນັ້ນໜັ້ກວ່າ: ໂລກຕ້ອງສຸມໃສ່ ຊ່ວຍເຫລືອ ແມ່ຍິງ ບືນຕົວຂຶ້ນ ເສີມຂະຫຍາຍ ຈົນສຸດຄວາມ ສາມາດຂອງຕົນ ເພື່ອເຂົ້າຮ່ວມ ບັນດາການເຄື່ອນໄຫວ ໃນການດຳລົງ ຊີວິດ ດ້ານເສດຖະກິດ, ການເມືອງ ແລະ ສັງຄົມ, ຍູ້ແຮງ ກ່ວາອີກ ກ່ຽວກັບ ການເຂົ້າຮ່ວມ ຂອງແມ່ຍິງ ໃນບັນດາ ກົນໄກ ອອກຄຳ ຕັດສິນ ກ່ຽວກັບ ການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ, ພິເສດ ແມ່ນກ່ຽວກັບ ດ້ານເສດຖະກິດ, ເພື່ອແນໃສ່ ໜູນຊ່ວຍເປົ້າໝາຍ ຫລຸດຜ່ອນ ຄວາມອຶດຫິວ, ຫລຸດຜ່ອນ ຄວາມທຸກຍາກ ຢ່າງແຮງ ແລະ ມີປະສິດທິຜົນກ່ວາ, ຮັບປະກັນ ການຫາເງິນ ລ້ຽງຊີບ ຜ່ານການ Startup ແລະ ນະວັດຕະກຳ. ໃນຕະຫລອດ ກະແສ ຂອງຍຸກສະໄໝ, ແມ່ຍິງ ຍາມໃດ ກໍ່ແມ່ນ ທູດສັນຕິພາບ ແລະ ຄວາມເມດຕາ ປານີ, ແມ່ນກຳລັງ ທີ່ບໍ່ສາມາດ ຂາດໄດ້, ມີຄວາມໝາຍ ຕັດສິນ ຊີ້ຂາດ ໃນທຸກຂະບວນ ການແຫ່ງສັນຕິພາບ, ຄວາມໝັ້ນຄົງ, ຄວາມກ້າວໜ້າສັງຄົມ ແລະ ການພັດທະນາ ແບບຍືນຍົງ. ເພາະສະນັ້ນ, ໃນສະພາບການ ລວມຍັງ ມີຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການຄື ໃນປັດຈຸບັນ, ບັນດາ ຄວາມສາມາດ ບົ່ມຊ້ອນ ອັນຍິ່ງໃຫຍ່ ຂອງແມ່ຍິງ ຕ້ອງໄດ້ຮັບ ການຜັນຂະຫຍາຍ ຢ່າງແຮງ ແລະ ໃຫ້ປະກົດ ຜົນເປັນຈິງ ດ້ວຍບັນດາ ຄຳໝັ້ນສັນຍາ ແລະ ແຫລ່ງກຳລັງ ທີ່ເໝາະສົມ. ໃນຂັ້ນຕອນນັ້ນ, ຫວຽດນາມ ພ້ອມແລ້ວ ທີ່ຈະຮ່ວມມືກັບ ບັນດາປະເທດ, ບັນດາ ອົງການ ຈັດຕັ້ງ ສາກົນ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ ພາລະກິດຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ແລະ ມອບສິດ ໃຫ້ແກ່ ແມ່ຍິງ ແລະ ເດັກຍິງ, ຜ່ານນັ້ນ ກໍ່ປະກອບສວ່ນ ເຂົ້າໃນ ການສ້າງໂລກ ແຫ່ງສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments