Saturday, July 27, 2024
Homeຂ່າວຕ່າງປະເທດຜູ້ນຳ ສ.ອາເມລິກາ ກຳນົດງົບປະມານປີ2025 ສູງເຖິງ 7,3 ພັນຕື້ໂດລາສະຫະລັດ

ຜູ້ນຳ ສ.ອາເມລິກາ ກຳນົດງົບປະມານປີ2025 ສູງເຖິງ 7,3 ພັນຕື້ໂດລາສະຫະລັດ

ສຳນັກຂ່າວ ຣອຍເຕີ,ວັນທີ12 ມີນານີ້, ທ່ານ ໂຈ ໄບເດັນ,ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍຮ່າງວິໄສທັດນະໂຍບາຍ ໃນລະຫວ່າງ ການຫາສຽງເລືອກຕັ້ງເພື່ອລົງສະໝັກຊີງຕຳແໜ່ງປະທານາທິບໍດີ ຂອງ ສ.ອາເມລິກາ ສະໄໝ ທີ່2 ໂດຍວາງງົບປະມານ ປີ2025 ສູງເຖີງ 7,3ພັນຕື້ໂດລາ ສະຫະລັດ ເພື່ອເພີ່ມຄວາມໝັ້ນໃຈ ໃນການບໍລິຫານປະເທດ ໃນຕໍ່ໜ້າ. ສຳລັບ ງົບປະມານ ປີ2025 ແມ່ນຈະເລີ່ມ ໃນເດືອນ ຕຸລາ ກວມເອົາ ການປັບເພີ່ມ ອັດຕາ ພາສີ ເງິນລາຍໄດ້ ນິຕິບຸກຄົນ ຈາກ 21% ມາເປັນ 28% ໂດຍບັງຄັບໃຫ້ຜູ້ທີ່ມີລາຍໄດ້ ຫລາຍກວ່າ 100 ລ້ານໂດລາ ສະຫະລັດ ຕ້ອງຈ່າຍພາສີ ຢ່າງໜ້ອຍ 25%ຂອງລາຍໄດ້ ແລະ ເພື່ອເປີດທາງໃຫ້ ລັດຖະບານ ສາມາດ ເຈລະຈາ ເພື່ອຫລຸດ ຕົ້ນທຶນຄ່າຢາປິ່ນປົວ ພະຍາດ. ຂະນະດຽວກັນ ລັດ​ຖະ​ບານ​ ຈະ​ນຳ​ໃຊ້​ ພາ​ສີ​ເດັກ ​ຄືນ​ໃໝ່ ​ສຳ​ລັບ​ ຜູ້​ມີ​ລາຍ​ໄດ້​ຕ່ຳ ແລະ ​ປານ​ກາງ.ລວມໄປເຖິງ ການຈັດສັນ ງົບປະມານ ສໍາລັບ ໂຄງການດູແລເດັກ​ແລະ ສະໜັບ ສະໜູນ ​ງົບປະມານ 258ຕື້​ໂດ​ລາ​ ສະຫະລັດສໍາລັບ ການກໍ່ສ້າງ ທີ່ຢູ່ອາໄສການໃຫ້ ສິດທິ ລາພັກ ເກີດລູກ ໃຫ້ແກ່ ລູກຈ້າງ 12 ອາທິດ ລວມທັງ ຄ່າໃຊ້ຈ່າຍ ຫລາຍຕື້ ໂດລາ ສະຫະລັດ ສຳລັບ ການບັງຄັບໃຊ້ ກົດໝາຍ ແລະ ການບໍລິການ ດ້ານອື່ນໆອີກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments