Saturday, July 27, 2024
Homeຂ່າວພາຍໃນເປີດນຳໃຊ້ໂຄງການກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ

ເປີດນຳໃຊ້ໂຄງການກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ

ພິທີເປີດນຳໃຊ້ ແລະ ມອບ-ຮັບໂຄງການກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ວຽງຈັນ ຈັດຂຶ້ນວັນທີ 12 ມີນານີ້ ທີ່ ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອານຸພາບ ຕຸນາລົມ ຄະ​ນະເລຂາທິການສູນກາງພັກ ເລຂາຄະນະ ພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ດິງ ຕ໋ຽນ ຢູງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ພ້ອມດ້ວຍບັນດາການນຳນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າ​ຮ່ວມ.

ໂຄງການກໍ່ສ້າງສຳນັກງານ ພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງ ວຽງຈັນ ແມ່ນຂອງຂວັນຂອງຄະ ນະພັກ ອົງການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ມອບໃຫ້ຄະນະພັກ ອົງການປົກຄອງ ແລະ ປະຊາຊົນນະຄອນ ຫຼວງວຽງຈັນ ໄລຍະປີ 2021-2025 ໂດຍແມ່ນ ບໍລິສັດ ຈິດຈະເລີນ ກໍ່ສ້າງຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງໃນເນື້ອທີ່ 2,5 ເຮັກຕາ ໂດຍເລີ່ມລົງມືກໍ່ສ້າງໃນວັນທີ 5 ມີນາ 2022 ແລະ ສຳເລັດວັນທີ 28 ທັນວາ 2023 ຜ່ານມາ ຊຶ່ງໂຄງການປະກອບມີໜ້າວຽກຄື: ສ້າງຫ້ອງການ 3 ຊັ້ນ 2 ຫຼັງ ແລະ ສະໂມສອນ 1 ຫຼັງ, ເຮືອນປ້ອມຍາມ, ປະຕູໂຂງ, ຮົ້ວກໍາແພງ, ເດີ່ນ ແລະ ເສັ້ນ ທາງຈາລະຈອນພາຍໃນ, ບ່ອນຈອດລົດ, ສະຖານີໝໍ້ແປງໄຟຟ້າ, ເສົາທຸງ, ປ້າຍກິດຈະການ, ປູກຫຍ້າ ແລະ ອື່ນໆ ສຳເລັດຕາມແຜນການທີ່ວາງໄວ້ລວມມູນຄ່າການກໍ່ສ້າງທັງໝົດ 3 ລ້ານໂດລາ.

Cr: ໜັງ​ສື​ພິມ​ວຽງ​ຈັນ​ໃໝ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments