Saturday, July 27, 2024
Homeສາລະໜ້າຮູ້ພະຍາດອັນຕະລາຍຈາກ “ຄໍທໍລະພິດ”

ພະຍາດອັນຕະລາຍຈາກ “ຄໍທໍລະພິດ”

ພະຍາດຄໍທໍລະພິດ ເປັນພະຍາດທີ່ເກີດຈາກຄວາມຜິດປົກະຕິຂອງຕ່ອມຄໍທໍລະພິດ ເຊີ່ງເຮັດໜ້າທີ່ໃນການເຜົາຜານພະລັງງານຂອງຮ່າງກາຍ ແຕ່ຫຼາຍຄົນຍັງບໍ່ຮູ້ວ່າອາການທຳອິດ ແລະ ມັກໄປພົບແພດເມື່ອມີອາການໜັກ.

  • ສາເຫດ ແລະ ປັດໃຈສ່ຽງ ຂອງພະຍາດຄໍທໍລະພິດ

ພະຍາດຄໍທໍລະພິດບໍ່ມີສາຍເຫດ ຂອງການເກີດພະຍາດແທ້ຈີງແຕ່ໃນທາງການແພດເຊື່ອວ່າເກີດມາຈາກກຳມະ ພັນໂດຍຄົນເຈັບທີ່ເປັນພະຍາດນີ້ມັກຈະມີຄອບຄົວທີ່ເປັນພະຍາດຄໍທໍລະພິດຄືກັນ ສົມມຸດວ່າຄົນໃນຄອບຄົວເຮົາເປັນພະຍາດຄໍທໍລະພິດ ເຮົາກໍ່ອາດຈະມີສິດເປັນຄໍທໍລະພິດໄດ້ຫຼາຍກ່ວາຄົນອື່ນ ໃນເວລາທີ່ກິນເກືອໄອໂອດີນໃນ ປະລິມານຫຼາຍ ຫຼື ໜ້ອຍຈົນເກີນໄປ ກໍ່ອາດເຮັດໃຫ້ມີຄວາມສ່ຽງເປັນໄດ້ເຊັ່ນກັນ.

  • ພະຍາດຄໍທໍລະພິດທີ່ຄວນລະວັງດັ່ງນີ້:

ພະຍາດຄໍທໍລະພິດຜະລິດຮໍໂມນເກີນ ຫຼື ຄໍທໍລະພິດເປັນພະຍາດ

ອາການຂອງຄໍທໍລະພິດທີ່ເປັນພະຍາດ: ມືສັ່ນ, ໃຈສັ່ນ, ມັກຮ້ອນ, ງຸດງິດ, ເຫື່ອອອກຫຼາຍ, ນອນບໍ່ຫຼັບ

ກິນຫຼາຍແຕ່ນໍ້າໜັກຫຼຸດ ຄືກັບມີການເຜົາໃໝ້ຢູ່ຕະຫຼອດເວລາ, ນໍ້າໜັກຫຼຸດລົງ 5-10 ກິໂລກຼາມ ພາຍໃນເວລາ 1 ເດືອນ ເຖີງແມ່ນວ່າຈະບໍ່ໄດ້ອອກກຳລັງກາຍ.

ການຮັກສາແມ່ນການກິນຢາຕ້ານຄໍທໍລະພິດ ປະມານ 2 ປີ ສ່ວນໃນໄລຍະຍາວຫຼັງຈາກຢຸດຢາ ຕ້ອງມາກວດຄືນ ເພາະຫຼາຍຄົນເມື່ອຢຸດຢາກໍ່ມີຄວາມສ່ຽງທີ່ຈະກັບມາເປັນໃໝ່ 70%.

ຄົນເຈັບຄໍທໍລະພິດຜະລິດຮໍໂມນຕໍ່າ ສ່ວນຫຼາຍຈະມີອາການກົງກັນຂ້າມ ກັບຄໍທໍລະພິດຮໍໂມນເກີນ ຄື: ເມີນເສີຍ, ຂີ້ຖີ່, ເຈັບທ້ອງ, ຫາວນອນເລື້ອຍໆ ແລະ ນອນຫຼາຍ.

ເຖີງຈະມີອາການດັ່ງກ່າວ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຄົນຕຸ້ຍຈະຕ້ອງເປັນຄໍທໍລະພິດສະເໜີໄປ ເບື້ອງຕົ້ນສາມາດສັງເກດຕົນເອງໄດ້ຈາກພຶດຕິກຳໃນອາດີດ ກັບປັດຈຸບັນວ່າມີການປ່ຽນແປງໄປຫຼາຍໜ້ອຍຊຳໃດ ຫາກພົບວ່າມີຄວາມສ່ຽງຄວນໄປກວດເພື່ອຄວາມໝັ້ນໃຈ.

ການຮັກສາຄໍທໍລະພິດທີ່ຜະລິດຮໍໂມນຕໍ່ານັ້ນຈະງ່າຍກ່ວາຄໍທໍລະພິດທີ່ຜະລິດຮໍໂມນເກີນ ເພາະສາມາດຮັກສາໄດ້ດ້ວຍການກິນຮໍໂມນຄໍທໍລະພິດເຂົ້າໄປ ເພື່ອໃຫ້ຮໍໂມນກັບມາຢູ່ໃນລະດັບທີ່ປົກກະຕິ ຮ່າງກາຍສາມາດເຜົາຜານໄດ້ຢ່າງສະໝໍ່າສະເໝີ ໂດຍສ່ວນຫຼາຍຈະຕ້ອງກິນໄປຕະຫຼອດຊີວິດ.

ກ້ອນຕ່ອມຄໍທໍລະພິດ ຈະຮູ້ສຶກວ່າມີກ້ອນເກີດຂື້ນທີ່ຕ່ອມຄໍທໍລະພິດດ້ວຍອາການອື່ນໆ ຍັງບໍ່ທັນເກີດໃນກໍລະນີທີ່ພົບກ້ອນຕ່ອມຄໍທໍລະພິດ ຄົນເຈັບມັກກັງວົນວ່າຈະເປັນມະເຮັງ ຫຼື ບໍ່? ຊື່ງຄໍາຕອບຄືບໍ່ ການທີ່ຈະຮູ້ວ່າຜົນກວດວ່າເປັນມະເຮັງ ຫຼື ບໍ່ເປັນມະເຮັງນັ້ນ? ຈະຕ້ອງເຈາະກ້ອນຕ່ອມຄໍທໍລະພິດເພື່ອນຳເຊວໄປກວດ ຜ່ານມາພົບວ່າມີພຽງ 5% ເທົ່ານັ້ນທີ່ກວດພົບວ່າເປັນມະເຮັງ ນອກນັ້ນກໍ່ເປັນພຽງກ້ອນທໍາມະດາທີ່ບໍ່ໄດ້ມີອັນຕະລາຍຫັຍງ ເຊີ່ງຫາກກ້ອນດັ່ງກ່າວບໍ່ໄດ້ສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈຳວັນ ໝໍກໍ່ບໍ່ຄວນແນະນໍາໃຫ້ຜ່າຕັດເພາະບໍລິເວນນັ້ນມີເສັ້ນສຽງ, ເສັ້ນເລືອດຈຳນວນຫຼາຍ ແລະ ກໍ່ຄວນເບີ່ງອາການຢ່າງສະໝໍ່າສະເໝີ.

ເມື່ອພົບອາການຜິດປົກກະຕິທີ່ຕ່ອມຄໍທໍລະພິດຕາມຂໍ້ມູນດັ່ງກ່າວຄວນຟ້າວໄປພົບແພດທັນທີເພື່ອຈະໄດ້ປີ່ນປົວໃຫ້ທັນເວລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments