Tuesday, May 14, 2024
Homeຂ່າວດ່ວນຊີ້ແຈງກ່ຽວກັບຂ່າວພະຍາດສັດລະບາດຢູ່ເມືອງມຸນລະປາໂມກ

ຊີ້ແຈງກ່ຽວກັບຂ່າວພະຍາດສັດລະບາດຢູ່ເມືອງມຸນລະປາໂມກ

ທ່ານ ຄອນສະຫວັນ ພົມມະວົງສາ ຮອງຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງມຸນລະປາໂມກ ແຂວງຈໍາປາສັກ ໃຫ້ສຳພາດໃນວັນທີ 12 ມີນາ 2024 ນີ້ວ່າ: ພາຍຫຼັງມີຂ່າວລືວ່າ ມີ ການລະບາດພະຍາດສັດໃນສອງບ້ານ ຄື: ບ້ານກະດັນ ແລະ ບ້ານນາຂາມ. ວິຊາການທີ່ກ່ຽວຂ້ອງລົງຕິດຕາມກວດກາເກັບກຳຂໍ້ມູນໃນຄອບຄົວຜູ້ທີ່ມີລ້ຽງສັດ ຜ່ານການຕິດຕາມກວດກາເຫັນວ່າ ບໍ່ມີຂໍ້ມູນຄວາມຈິງ​ ແລະ​ ສາມາດຢືນຢັນວ່າ: ເມືອງມຸນລະປາໂມກ ບໍ່ມີການລະບາດພະຍາດສັດ.​

ພ້ອມນັ້ນ, ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ທີ່ມີສັດ ລ້ຽງໃນຄອບຄົວ ເອົາໃຈໃສ່ຕິດຕາມສັດລ້ຽງຂອງຕົນຢ່າງໃກ້ຊິດ​ ເພາະວ່າໃນໄລຍະນີ້ເປັນໄລຍະລະດູແລ້ງ, ເປັນໄລຍະລະດູທີ່ຂາດອາຫານ ແລະ ຖ້າຫາກເຫັນສັດລ້ຽງຂອງຕົນມີອາການຜິດ ປົກ ກະຕິ​ໃຫ້ລາຍງານກຸ່ມບ້ານ ແລະ ອົງການຈັດຕັ້ງບ້ານຂອງຕົນ​ ເພື່ອປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງສົມທົບ, ແຍກປ່ຽວສັດທີ່ຕິດ ແລະ ປິ່ນປົວຢ່າງທັນການ.​

ນອກນີ້,​ ຍັງຮຽກຮ້ອງມາຍັງພໍ່ຄ້າ, ແມ່ຄ້າສັດຫ້າມເດັດ ຂາດ​ ນໍາເອົາສັດຈາກບ່ອນທີ່ມີການລະບາດ ຫຼື ເມືອງ, ແຂວງອື່ນທີ່ມີການລະບາດເຂົ້າມາຂາຍ​ ເພື່ອບໍລິໂພກພາຍໃນເມືອງຢ່າງເດັດ ຂາດ ເເພາະມີຂ່າວຂາກເມືອງອື່ນວ່າມີການລະບາດພະຍາດສັດສູ້ຄົນ​ ກໍຄືພະຍາດໄຂ້ເລືອດດຳ​ ເຊິ່ງເປັນພະຍາດໄວຣັສທີ່ເກີດຢູ່ໃນສັດ.

ພາບ-ຂ່າວ: ໜັງສືພິມຈຳປາໃໝ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments