Saturday, July 27, 2024
Homeສາລະໜ້າຮູ້ແຮງບັນດານໃຈທີ່ປ່ຽນແປງຊີວິດ

ແຮງບັນດານໃຈທີ່ປ່ຽນແປງຊີວິດ

ຢ່າຄິດທີ່ຈະຖິ້ມ ຫຼື ຍອມແພ້ສີ່ງໃດງ່າຍໆ ເຖິງແມ່ນວ່າໃນມື້ນີ້ຈະໂຫດຮ້າຍ ຄວນຈື່ໄວ້ວ່າມື້ອື່ນຈະໂຫດຮ້າຍຍີ່ງກວ່າເກົ່າ ແຕ່ຖ້າທ່ານສາມາດຜ່ານມັນໄດ້ມື້ທີ່ສົດໃສຈະມາແນ່ນອນ ຄວນຮຽນຮູ້ຈາກຄູ່ແຂ່ງຂອງທ່ານ ແຕ່ຢ່າໄປຮຽນແບບເຂົາ.

ຄົນລົ້ມເຫຼວມີສິ່ງຄືກັນຢ່າງໜື່ງຄື: ຕະຫຼອດຊີວິດພວກເຂົາມີແຕ່ຄຳວ່າ “ເບິ່ງກ່ອນ” ຄົນຍາກ ກໍ່ຄືຄົນທີ່ເອົາໃຈຍາກທີ່ສຸດ ເພາະພວກເຂົາມັກຖາມທຸກຢ່າງ ແລະ ມັກສົນທະນາກັບໝູ່ທີ່ລົ້ມເຫຼວຄືກັນກັບເຂົາ.

  • ກ່ອນອາຍຸ 20 ປີ ທ່ານຄວນຮຽນຕັ້ງໃຈຮຽນ.
  • ກ່ອນອາຍຸ 30 ປີ ທ່ານຄວນຊອກຫາແບບຢ່າງຈາກໃຜຈັກຄົນ.
  • ໃນເວລາອາຍຸ 30-40 ປີ ເຮັດວຽກສ້າງເນື້ອສ້າງຕົວໃຫ້ກັບຕົນເອງ.
  • ເມື່ອມີອາຍຸ 40-50 ປີ ໃຫ້ສຸມໃສ່ເຮັດໃນສິ່ງທີ່ເຮົາເຮັດໄດ້ດີ.
  • ເມື່ອອາຍຸ 50-60 ປີ ໃຫ້ຮູ້ຈັກເຮັດວຽກກັບຄົນຮຸ່ນໃໝ່.
  • ເມື່ອທ່ານອາຍຸ 60 ປີ ໃຫ້ໃຊ້ເວລາສ່ວນທີ່ເຫຼືອຂອງທ່ານເພື່ອຄວາມສຸກຂອງໂຕທ່ານເອງ.

ຖ້າທ່ານມີຄວາມຝັນທີ່ຍີ່ງໃຫຍ່ ສິ່ງສຳຄັນທີ່ສຸດແມ່ນຕ້ອງມີຄົນເຊື່ອໝັ້ນໃນຕົວຂອງທ່ານ ບໍ່ວ່າທ່ານຈະສະຫຼາດ ແລະ ເກັ່ງປານໃດກໍ່ຕາມ ແຕ່ຖ້າທ່ານບໍ່ສາມາດເຮັດວຽກກັບຄົນອື່ນໄດ້ ຄວາມຝັນຂອງທ່ານຈະກາຍເປັນເລື່ອງທີ່ບໍ່ເປັນປະໂຫຍດ ແລະ ບໍ່ມີວັນເປັນຈິງ ຄິດສະເໝີວ່າທ່ານພິເສດກ່ວາຄົນອື່ນ ເພາະວ່າບໍ່ມີໃຜຄືທ່ານ ພຽງແຕ່ທ່ານເທົ່ານັ້ນທີ່ເປັນຕົວຂອງທ່ານເອງ.

ຕອນຍັງໝຸ່ມສາວຄົງມີຫຼາຍສີ່ງຫຼາຍຢ່າງທີ່ຢາກຈະເຮັດ ຈົງເລືອກຢ່າງໜື່ງແລ້ວລົງມືເຮັດ ແລະ ມຸ້ງໝັ້ນໄປກັບສີ່ງນັ້ນເຕັມທີ່ ຈົ່ງຢ່າຄິດວ່າທ່ານຈະໄດ້ຮັບຫຍັງ ແຕ່ໃຫ້ຄິດກ່ອນວ່າທ່ານຈະໃຫ້ຫຍັງ ແລະ ເລີ່ມຕົ້ນເຮັດກ່ອນບໍ່ພໍ ຕ້ອງເຮັດໃຫ້ມັນໄວ.

ຖ້າທ່ານຕ້ອງການຄວາມກ້າວໜ້າໃນຊີວິດ ຄວນພະຍາຍາມຊອກຫາໂອກາດ ສຳລັບຕົວທ່ານເອງ ແລະ ຖ້າທ່ານຕ້ອງການທີ່ຈະປະສົບຜົນສຳເລັດໃນທຸລະກິດ ທຳອິດລອງຖາມຕົວເອງວ່າທຸກມື້ນີ້ສາມາດຊ່ວຍແກ້ໄຂບັນຫາໃດແດ່ ໃຫ້ສັງຄົມໃນປະຈຸບັນ?

ຕອບ 3 ຄຳຖາມນີ້ໃຫ້ໄດ້ ແລະ ໃຫ້ແນ່ໃຈວ່າທ່ານຕ້ອງການເຮັດຫຍັງ? ແມ່ນຫັຍງສີ່ງທີ່ທ່ານຕ້ອງການຢາກເຮັດ? ແລະ ທ່ານຄວນໃຊ້ເວລາໜ້ອຍຫຼາຍປານໃດໃນການເຮັດ?

ຄວາມສຳເລັດຈະບໍ່ເກີດຂື້ນ ຖ້າທ່ານບໍ່ສົນໃຈປະຕິບັດ ຫຼື ລົງມືເຮັດ ແຕ່ຖ້າທ່ານທົດລອງພະຍາຍາມເຮັດມັນຢ່າງ ໜ້ອຍທ່ານກໍ່ຍັງມີຄວາມຫວັງທີ່ຈະໄດ້ຮັບຄວາມສຳເລັດ.

ໂລກຕ້ອງການຜູ້ນຳໃໝ່ ຫຼື ຜູ້ນຳທີ່ເຂົ້າໃຈວິທີເຮັດວຽກກັບຄົນອື່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments