Wednesday, May 15, 2024
Homeຂ່າວໜ້າໜຶ່ງສ​ປ ຈີນ ມອບ​ເຄື່ອງ​ຊ່ວຍ​ເຫຼືອ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ

ສ​ປ ຈີນ ມອບ​ເຄື່ອງ​ຊ່ວຍ​ເຫຼືອ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ

ວັນທີ 11 ມີນາ ນີ້ ທີ່ ຫໍປະຊຸມແຫ່ງຊາດ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຮອງປະທານ ຜູ້ປະຈຳການຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮັບເອົາ ເຄື່ອງຊ່ວຍເຫຼືອ ແລະ ທ່ານ ຫວັງຊ້າງ ອຸປະທູດ ສປ ຈີນ ປະຈໍາ ສປປ ລາວ ຕາງໜ້າລັດຖະບານ ແຫ່ງ ສປ ຈີນ ມອບເຄື່ອງຊ່ວຍເຫຼືອດັ່ງກ່າວ.

ການຊ່ວຍເຫຼືອຂອງ ສປ ຈີນ ຄັ້ງນີ້ ລວມມີ ພາຫະນະ ຈໍານວນທັງໝົດ 77 ຄັນ, ອຸປະກອນໄອທີ ແລະ ກ້ອງບັນທຶກພາບ ລວມມູນຄ່າທັງໝົດ 35 ລ້ານຢວນ ເພື່ອນໍາໃຊ້ເຂົ້າໃນວຽກງານການດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ສປ ຈີນ ຕໍ່ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ: ”ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຊຶ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນສອງຝ່າຍລະຫວ່າງ ສປປ ລາວ-ສປ ຈີນ, ໃນຖານະເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ. ພ້ອມນີ້, ການຊ່ວຍເຫຼືອດັ່ງກ່າວ ກໍເປັນການສົ່ງເສີມການຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ຊຶ່ງປີ 2024 ນີ້ ກໍໄດ້ກໍານົດເປັນປີແຫ່ງການແລກປ່ຽນການໄປມາຫາສູ່ລະຫວ່າງປະຊາຊົນ ອາຊຽນ-ຈີນ.

ທ່ານ ຫວັງຊ້າງ ໄດ້ເນັ້ນເຖິງຄວາມສໍາຄັນຂອງການພົວພັນ ແລະ ການຮ່ວມມື ລະຫວ່າງ ສປ ຈີນ ແລະ ສປປ ລາວ ເພື່ອສົ່ງເສີມການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ເພື່ອຜົນສໍາເລັດ ຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ຂ່າວ: ສຳ​ນານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments