Home ທ່ອງທ່ຽວ ເລົ່າງາມ ຈັດງານເທສະການໝາກກາເຟຄຳ ສົ່ງເສີມກິດຈະກຳປີທ່ອງທ່ຽວລາວ 2024

ເລົ່າງາມ ຈັດງານເທສະການໝາກກາເຟຄຳ ສົ່ງເສີມກິດຈະກຳປີທ່ອງທ່ຽວລາວ 2024

0
32

ເມືອງເລົ່າງາມ ແຂວງສາລະວັນ ຈັດງານເທສະການກາເຟຄໍາຕິດພັນກັບງານປີທ່ອງທ່ຽວລາວ ປີ 2024, ພາຍໃຕ້ຄໍາຂວັນ ‘’ທ່ອງທ່ຽວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ’’, ຈັດຂຶ້ນໃນວັນທີ 11 ມີນາຜ່ານມາ ທີ່ເດີ່ນອານຸສາວະລີນັກຮົບນິລະນາມ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ມີການນໍາຂອງແຂວງ, ຫົວໜ້າພະແນກ, ການນໍາເມືອງ, ແຂກຮັບເຊີນ ແລະ ມວນຊົນເຂົ້າຮ່ວມ.

ງານເທສະການກາເຟຄຳ ຕິດພັນກັບປີທ່ອງທ່ຽວລາວ 2024, ພາຍໃຕ້ຄຳຂວັນຂອງເມືອງທີ່ວ່າ: ‘’ເມືອງເລົ່າງາມຖິ່ນຖານກາເຟຄຳ, ທຳມະຊາດດົງຖ້ຳ, ຫັດຖະກໍາຊົນເຜົ່າ, ຖໍ້າເກົ້າຮູພູຕາກເຂົ້າ ເຫງົ້າວິລະຊົນ’’ ແລະ ມີຄວາມສໍາຄັນໄດ້ຫວນຄືນມູນເຊື້ອດຸໝັ່ນຂະຫຍັນພຽນຂອງການເຮັດການກະສິກໍາຂອງປະຊາຊົນໂດຍສະເພາະການປູກກາເຟ ແລະ ການສົ່ງເສີມ, ໂຄສະນາແຫຼ່ງທ່ອງທ່ຽວ, ກິດຈະກໍາການທ່ອງທ່ຽວຂອງເມືອງເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດກິດຈະກຳຕ່າງໆຂອງປີທ່ອງທ່ຽວລາວ 2024, ເປີດກວ້າງການພັດທະນາເສດຖະກິດ-ການທ່ອງທ່ຽວຮອບດ້ານ ແລະ ເຊື່ອມໂຍງທຸກຂະແໜງການເພື່ອຂຸດຄົ້ນທ່າແຮງບົ່ມຊ້ອມພາຍໃນເມືອງ, ດຶງດູດການລົງທຶນດ້ານການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາປະກອບສ່ວນພັດທະນາເມືອງເລົ່າງາມ, ສ້າງເມືອງເລົ່າງາມໃຫ້ກາຍເປັນເມືອງເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາຕາມທິດ 3 ສ້າງທີ່ພັກ-ລັດຖະບານວາງໄວ້.

ງານຄັ້ງນີ້, ມີຂະບວນສວນສະໜາມກ້ອນກຳລັງຂອງນ້ອງນັກຮຽນ, ພະນັກງານ-ລັດຖະກອນ, ກ້ອນກຳລັງຊາວສວນ, ຊາວສວນປູກພຶດປະສົມປະສານ ແລະ ການສະແດງສິລະປະດົນຕີ, ບົດຟ້ອນ ທີ່ສ່ອງແສງໃຫ້ເຫັນເຖິງວິຖີຊີວິດ, ວັດທະນະທຳ, ຮີດຄອງປະເພນີບັນດາເຜົ່າ ແລະ ການນຸ່ງຖື ທີ່ມີເອກະລັກສະຫງ່າງາມ.

ໂອກາດນີ້, ຄະນະນຳຂອງແຂວງ, ເມືອງ ໄດ້ຮ່ວມຕັດແຖບຜ້າ, ເປີດປ້າຍເຊີນທ່ຽວເມືອງເລົ່າງາມ ກັບ 7 ກິດຈະກຳສົ່ງເສີມປີທ່ອງທ່ຽວລາວ 2024 ແລະ ໃຫ້ກຽດລັ່ນຄ້ອງ 9 ບາດ ໂດຍທ່ານເຈົ້າແຂວງສາລະວັນ. ຈາກນັ້ັນ, ບັນດາແຂກທຸກພາກສ່ວນກໍໄດ້ທ່ຽວຊົມຮ້ານວາງສະແດງສິນຄ້າຜະລິດຕະພັນຂອງເມືອງ, ຂອງຜູ້ປະກອບການ, ກຸ່ມການຜະລິດພຶດກະສິກຳຕ່າງໆ ແລະ ຊິມອາຫານພື້ນບ້ານຂອງແຕ່ລະເຂດ. ງານດັ່ງກ່າວຈັດຂຶ້ນນັບແຕ່ວັນທີ 8-11ມີນາເປັນຕົ້ນມາ ຊຶ່ງມີການປະກວດນັກຮ້ອງ, ປະກວດໝໍລໍາ, ປະກວດນາງສາວກາເຟຄໍາ, ການສະແດງສິລະປະ, ງານຕະຫຼາດນັດຂາຍສິນຄ້າ ແລະ ກິດຈະກໍາອື່ນໆອີກ.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here