Wednesday, May 15, 2024
Homeຂ່າວຕ່າງປະເທດຍີ່ປຸ່ນ ຢຶດສິນຄ້າປອມ ນໍາເຂົ້າຢ່າງຫລວງຫລາຍ ໃນປີ 2023

ຍີ່ປຸ່ນ ຢຶດສິນຄ້າປອມ ນໍາເຂົ້າຢ່າງຫລວງຫລາຍ ໃນປີ 2023

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ກະຊວງການເງິນຂອງຍີ່ປຸ່ນ ລາຍງານວ່າ: ປີ 2023 ເຈົ້າໜ້າທີ່ຍີ່ປຸ່ນ ໄດ້ຢຶດສິນຄ້າປອມນໍາເຂົ້າມາຍີ່ປຸ່ນຫລາຍກວ່າ 31.666 ກໍລະນີ ຊຶ່ງເປັນຕົວເລກສູງສຸດຈັດເປັນອັນດັບ 2 ນັບຕັ້ງແຕ່ເລີ່ມບັນທຶກ ຕົວເລກສະຖິຕິ ໃນປີ 1987 ເພີ່ມຂື້ນ 17,5% ເມື່ອທຽບໃສ່ປີຜ່ານມາ ໃນນັ້ນເສື້ອຜ້າອາພອນ ລວມມີ 10.401 ກໍລະນີ ຫລື ກວມເອົາ 28%; ຖັດມາແມ່ນກະເປົາ ແລະ ເກີບ. ນອກນີ້ຍັງມີສິນຄ້າແບຣນເນມປອມ ເພີ່ມຂື້ນ 19,7% ເມື່ອທຽບປີຕໍ່ປີ ລວມມີ 1.056. 245 ອັນ ເປັນຕົວເລກເພີ່ມຂຶ້ນສູງສຸດ ໃນຮອບ 4 ປີ ໂດຍສ່ວນໃຫຍ່ຖືກຈັດຈຳໜ່າຍຜ່ານອີຄອມເມີຣ, ສະນັ້ນເຈົ້າໜ້າທີ່ຍີ່ປຸ່ນ ຈຶ່ງຮຽກຮ້ອງໃຫ້ປະຊາຊົນສັງເກດເບີ່ງລາຄາສິນຄ້າທີ່ມີລາຄາຕໍ່າເກີນໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments