Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ

0
92

ໃນວັນທີ 11 ມີນາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ດິງ ຕຽນ ຢຸງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 11-12 ມີນາ 2024 ນີ້.

ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ, ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ດິງ ຕຽນ ຢຸງ ພ້ອມຄະນະໃນຄັ້ງນີ້ ແລະ ຊົມເຊີຍຕໍ່ການພົວພັນຮ່ວມມືລະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນຫລວງຮ່າໂນ້ຍ ເຊິ່ງເປັນຂີດໝາຍສຳຄັນຕໍ່ການເສີມຂະຫຍາຍສາຍພົວພັນແບບພິເສດ, ທັງເປັນການຮັດແໜ້ນຄວາມສາມັກຄີ ຂອງສອງພັກ ສອງລັດ ກໍຄື ປະຊາຊົນ ຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນຂຶ້ນເລື້ອຍໆ.

ໂອກາດດຽວກັນ, ສະຫາຍ ດິງ ຕຽນ ຢຸງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໃຫ້ການ ຕ້ອນຮັບດ້ວຍບັນຍາກາດອັນອົບອຸ່ນ, ພ້ອມນີ້, ສະຫາຍໄດ້ລາຍງານຈຸດປະສົງການມາຢ້ຽມຢາມ, ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ສະຫາຍ ສອນໄຊ ສີພັນດອນ ໄດ້ຮັບຊາບຕື່ມອີກ.

ຂ່າວ ສົມຫວັງ

ພາບ ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here