Home ຂ່າວການເມືອງ ທ່ານປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານທູດ ສະຫະພາບ ມຽນມາ

ທ່ານປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານທູດ ສະຫະພາບ ມຽນມາ

0

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ Aung Ko ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສະຫະພາບ ມຽນມາ ປະຈຳ ສປປ ລາວ ຄົນໃໝ່ ໃນວັນທີ 11 ມີນາ 2023 ທີ່່ ສູນກາງແນວລາວສ້າງຊາດ.


ໂອກາດນີ້ ທ່ານ Aung Ko ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານສູນກາງແນວລາວສ້າງຊາດ ທີ່ສະຫຼະເວລາມາຕ້ອນຮັບທ່ານພ້ອມດ້ວຍຄະນະເນື່ອງໃນໂອກາດມາດຳລົງຕຳແໜ່ງ ເອກອັກຄະລັດຖະທູດ ສາທາລະນະລັດ ສະຫະພາບ ມຽນມາ ປະຈຳ ສປປ ລາວ ໃນບໍ່ດົນມານີ້ ແລະ ທ່ານກ່າວວ່າ: ຕໍ່ໄປນີ້ທ່ານຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ດີທີເຄີຍມີມາແຕ່ດົນນານ ແລະ ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ຈະໄດ້ຮັບເປັນປະທານຈັດກອງປະຊຸມອາຊຽນໃນບໍດົນນີ້ຕື່ມອິກ.
ໃນໂອກາດດຽວກັນ ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍີນດີຕ້ອນຮັບທ່ານພ້ອມຄະນະຢ່າງອົບອຸ່ນ ເນື່ອງໃນໂອກາດມາດຳລົງຕຳແໜ່ງ ເອກອັກຄະລັດຖະທູດ ສາທາລະນະລັດ ສະຫະພາບ ມຽນມາ ປະຈຳ ສປປ ລາວ ແລະ ທ່ານ ສະແດງຄວາມຊົມເຊີຍຕໍ່ສາຍພົວພັນຮ່ວມມືມິດຕະພາບລະຫວ່າງ ລາວ-ມຽນມາ ພ້ອມກັນນີ້ ທ່ານໄດ້ລາຍງານສະພາບລວມການພັດທະນາເສດຖະກິດ-ສັງຄົມ ໂດຍຫຍໍ້ ພາລະບົດບາດ ຂອງອົງການແນວລາວສ້າງຊາດ ໂດຍສັງເຂບໃຫ້ທ່ານ ເອກອັກຄະລັດຖະທູດ ຮັບຊາບ ແລະ ໄດ້ປຶກສາຫາລືບາງວຽກຈຸດສຸມ ທີ່ຈະສືບຕໍ່ພົວພັນຮ່ວມມືໃນຕໍ່ ໜ້າໃຫ້ເກີດດອກອອກຜົນຍີ່ງໆຂຶ້ນ.


ບກ: ແພງພັນ ຂ່າວ-ພາບ: ເລົ່າລໍ່

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version