Saturday, July 27, 2024
Homeທຸລະກິດ" ປີ 2023 ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ສ້າງລາຍຮັບໄດ້ 1,938.97 ຕື້ກີບ "

” ປີ 2023 ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ສ້າງລາຍຮັບໄດ້ 1,938.97 ຕື້ກີບ “

ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ໃນວັນທີ 7 ມີນາ 2024, ເຂົ້າຮ່ວມໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍແຂກຮັບເຊີນ ແລະ ຕາງໜ້າຈາກ ລລທ ສູນກາງ, ລລທ ສາຂາແຂວງທົ່ວປະເທດ, ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມ.

ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນ ທີ່ ລາວ ໂທລະຄົມ ສາມາດຍາດແຍ່ງມາໄດ້ໃນ 1 ປີຜ່ານມາ ເປັນຕົ້ນແມ່ນ ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ມີມູນຄ່າທັງໝົດ 14.79 ລ້ານໂດລາສະຫະລັດ; ປັດຈຸບັນ, ລລທ ມີສະຖານີມືຖື 2G, 3G, 4G, 4.5G ຄວບຄຸມພື້ນທີ່ປະຊາກອນທົ່ວປະເທດ. ນອກຈາກນັ້ນ, ຍັງມີ 5G ໃຫ້ບໍລິການຢູ່ບັນດາຕົວເມືອງໃຫຍ່ ແລະ ມີ FTTH ໃຫ້ບໍລິການທົ່ວປະເທດ.

ທັງໝົດເຫຼົ່ານັ້ນ ມັນໄດ້ກາຍເປັນປັດໃຈຫຼັກທີ່ພັກດັນໃຫ້ ກຸ່ມບໍລິສັດ ລາວ ໂທລະຄົມ ສາມາດຂະຫຍາຍຖານລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ, ມາຮອດປັດຈຸບັນ ມີລູກຄ້າໃຊ້ບໍລິການຕົວຈິງ ຈໍານວນ 3.7 ລ້ານກວ່າເລກໝາຍ.

ໃນປີ 2023 ຜ່ານມາ, ກຸ່ມບໍລິສັດ ສາມາດສ້າງລາຍຮັບໄດ້ທັງໝົດ 1,938.97 ຕື້ກີບ (ບໍ່ລວມອາກອນ), ສາມາດປະຕິບັດພັນທະໃຫ້ລັດຖະບານ ໄດ້ທັງໝົດຈຳນວນ 232.24 ຕື້ກີບ. ນອກຈາກນັ້ນ, ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ ເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບການດໍາເນີນທຸລະກິດຍັງໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖຳຕໍ່ອົງການຈັດຕັ້ງພັກ-ລັດ ແລະ ສັງຄົມເປັນມູນຄ່າ 4.99 ຕື້ກວ່າກີບ ແລະ ຍັງໄດ້ສືບຕໍ່ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຖະບານຈຳນວນໜຶ່ງ ໃນມູນຄ່າຫຼາຍກວ່າຕື້ກີບ.

ແຜນການປີ 2024 ນີ້, ລາວ ໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃໝ່, ຈະສ້າງລາຍຮັບໃຫ້ໄດ້ທັງໝົດ 2,532.32 ຕື້ກີບ, ທຽບໃສ່ປີ 2023 ເພີ່ມຂຶ້ນ 30.60% ຄາດຄະເນກໍາໄລສຸດທິໃຫ້ໄດ້ 598.67 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈຳນວນ 259.23 ຕື້ກີບ; ພ້ອມນີ້, ຍັງຈະໄດ້ລົງທຶນທັງໝົດ 15.6 ລ້ານໂດລາສະຫະລັດ ເພື່ຶອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝ ເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ ທັງໝົດເຫຼົ່ານີ້ກໍເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປສູ່ຍຸກ Lao Digital Life.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments