Saturday, July 27, 2024
Homeຂ່າວໜ້າໜຶ່ງສປ ຈີນ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການເປັນປະທານອາຊຽນ

ສປ ຈີນ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການເປັນປະທານອາຊຽນ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຈັດຂຶ້ນວັນທີ 11 ມີນາ 2024 ທີ່ຫໍປະຊຸມແຫ່ງຊາດກ່າວຮັບໂດຍທ່ານ ຫວັງຊ້າງ ອຸປະທູດ ສປ ຈີນ ປະຈໍາ ສປປ ລາວ ກ່າວຮັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຮອງປະທານ ຜູ້ປະຈຳການຄະນະກຳມະການຊີ້ນຳລະດັບຊາດເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ມີຂະແໜງການກ່ຽວສອງຝ່າຍເຂົ້າຮ່ວມ.


ການຊ່ວຍເຫຼືອຂອງ ສປ ຈີນ ຄັ້ງນີ້ມີພາຫະນະທັງໝົດ 77 ຄັນ ອຸປະກອນໄອທີ ແລະ ກ້ອງບັນ ທຶກພາບລວມມູນຄ່າທັງໝົດ 35 ລ້ານຢວນ ເພື່ອນໍາໃຊ້ເຂົ້າໃນວຽກງານການດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ສປ ຈີນຕໍ່ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ: ”ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນສອງຝ່າຍລະຫວ່າງ ສປປ ລາວ-ສປ ຈີນ ໃນຖານະເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ຈີນ-ລາວ ພ້ອມນີ້ ການຊ່ວຍເຫຼືອດັ່ງກ່າວກໍເປັນການສົ່ງເສີມການຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ເຊິ່ງປີ 2024 ນີ້ກໍໄດ້ກໍານົດເປັນປີແຫ່ງການແລກປ່ຽນການໄປມາຫາສູ່ລະຫວ່າງປະຊາຊົນອາຊຽນ-ຈີນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments