Saturday, July 27, 2024
Homeຂ່າວດ່ວນແຈ້ງເຕືອນ

ແຈ້ງເຕືອນ

ເນື່ອງຈາກຕອນນີ້ ທາງບໍລິສັດກຳລັງເລັ່ງມືກໍ່ສ້າງທາງເບຕົງເສີມເຫລັກ ບາງຈຸດບ່ອນໂຄ້ງທົບຊອກ ເສັ້ນທາງ C4 ກາສີ ຫາ ເມືອງນານ (ເຂດພູ9ຫລັກ) ເມືອງກາສີ, ແຂວງວຽງຈັນ.

ດັ່ງນັ້ນ ຈຶ່ງແຈ້ງມາຍັງ ພໍ່ແມ່ພີ່ນ້ອງ ປະຊາຊົນ, ພໍ່ຄ້າຊາວຂາຍ, ບໍລິສັດຂົນສົ່ງທຸກບໍລິສັດ, ບໍລິສັດທີ່ປະກອບກິດຈະການທີ່ມີຍານພະຫະນະ ລວມເຖິງພະນັກງານທະຫານ, ຕຳຫລວດ ຕອນນີ້ແມ່ນຂໍປິດການສັນຈອນ ນັບແຕ່ວັນທີ 10/3/2024 ເປັນຕົ້ນໄປ ຈົນກວ່າຈະສຳເລັດການກໍ່ສ້າງທາງເບຕົງເສີມເຫລັກ ສຳຫລັບລົດບັນທຸກທີ່ມີຂະຫນາດຄວາມສູງ 2,8m ຂຶ້ນໄປ ແມ່ນບໍ່ໃຫ້ຜ່ານ ນັບແຕ່ລົດບັນທຸກ 4ລໍ້, 6ລໍ້, 8ລໍ້, 10ລໍ້ ,12ລໍ້, 22ລໍ້ ຂຶ້ນໄປ ຖ້າສູງກວ່າ 2.8 m ແມ່ນບບໍ່ສາມາດຜ່ານໄດ້.

ເນື່ອງຈາກວ່າ ຈຸດໂຄ້ງທົບຊອກແມ່ນບໍ່ວິດລົດ ຈະເຮັດໃຫ້ລົດຢຽບເບຕົງທີຍັງບໍ່ທັນແຂງຕົວ ດັງນັ້ນໃນຊ່ວງປູເບຕົງເດືອນປາຍນີ້ ຈິງຂໍໃຫ້ບັນດາທ່ານ ຊົມໃຊ້ເສັ້ນທາງອື່ນກ່ອນ ແລະ ບັນດາລົດທີ່ມີຂະຫນາດຕ່ຳກວ່າ 2.7 m ແມ່ນສາມາດຜ່ານໄດ້ປົກກະຕິ (ຂໍຂອບໃຈ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments