Saturday, July 27, 2024
Homeທຸລະກິດການລົງທຶນດ້ານຊັບສິນຄົງທີ່ຂອງທາງລົດໄຟທົ່ວປະເທດຈີນ ບັນລຸ 65 ຕື້ 200 ລ້ານຢວນ

ການລົງທຶນດ້ານຊັບສິນຄົງທີ່ຂອງທາງລົດໄຟທົ່ວປະເທດຈີນ ບັນລຸ 65 ຕື້ 200 ລ້ານຢວນ

ຂ່າວສານຊີອາໄອລາຍງານ, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນລາຍງານວ່າ: ໃນ 2 ເດືອນຕົ້ນປີນີ້, ການລົງທຶນດ້ານຊັບສິນຄົງທີ່ຂອງທາງລົດໄຟທົ່ວປະເທດຈີນໄດ້ບັນລຸເຖິງ 65 ຕື້ 200 ລ້ານຢວນ, ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ການກໍ່ສ້າງທາງລົດໄຟຂອງຈີນໄດ້ມີຄວາມຄືບ ໜ້າໃນຄຸນນະພາບ ແລະ ມີປະສິດທິພາບສູງ, ການກໍ່ສ້າງໂຄງການສຳຄັນໄດ້ດຳເນີນໄປຢ່າງສະດວກ, ລະບົບພື້ນຖານໂຄງລ່າງທີ່ທັນສະໄໝຂອງທາງລົດໄຟຈີນໄດ້ຮັບການສ້າງຂຶ້ນຢ່າງຫຼວງຫຼາຍ.

ຕາມຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ນັບແຕ່ຕົ້ນມາປີນີ້, ສະຖານທີ່ກໍ່ສ້າງ 138 ແຫ່ງຂອງ 40 ໂຄງການສຳຄັນ ເຊັ່ນ: ທາງລົດໄຟຄວາມໄວສູງຈູງກິ່ງ-ຄຸນໝີງ, ທາງລົດໄຟຄວາມໄວສູງສີ່ອ່ານ-ຈູງກິ່ງ ແລະໂຄງການອື່ນໆໄດ້ດຳເນີນການກໍ່ສ້າງຢ່າງຕໍ່ເນື່ອງໃນໄລຍະບຸນກຸດຈີນ. ທາງລົດໄຟຈ່ຽງຈວິ່ນມ້ຽວ-ນ້າວມາວຫູຂອງເຂດປົກຄອງຕົນເອງອຸຍເກີຊີ່ນຈ່ຽງ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ, ຂັ້ນຕອນສຳຄັນທີ່ສຸດຂອງໂຄງການທີ່ກຳລັງກໍ່ສ້າງ ເຊັ່ນ: ທາງລົດໄຟຄວາມໄວສູງຫາງໂຈ່ວ-ເວິ່ນໂຈ່ວ ແລະ ອື່ນໆກໍໄດ້ຮັບຄວາມຄືບໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments