Saturday, July 27, 2024
Homeຂ່າວໜ້າໜຶ່ງຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນຫຼາຍບັນຫາ ໃຫ້ແຂວງບໍລິຄໍາໄຊ ເອົາໃຈໃສ່

ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນຫຼາຍບັນຫາ ໃຫ້ແຂວງບໍລິຄໍາໄຊ ເອົາໃຈໃສ່

ການສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ (6 ມີນາ 1984-6 ມີນາ 2024) ຈັດຂຶ້ນເມື່ອບໍ່ດົນມານີ້ ພາຍໃຕ້ຄໍາຂວັນທີ່ວ່າ: “ເພີ່ມທະວີບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ” ແລະ ປະຕິບັດວິໄສທັດຮອດປີ 2030 ທີ່ວ່າ: “ສ້າງແຂວງບໍລິຄໍາໄຊເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ”.

ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ ກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໃຫ້ການນໍາແຂວງບໍລິຄໍາໄຊເອົາໃຈໃສ່ບາງບັນຫາດັ່ງນີ້:

1. ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃຫ້ຮັບຮູ້ເຂົ້າໃຈເຖິງຜົນງານທີ່ເປັນມູນເຊື້ອການນໍາພາ-ຊີ້ນໍາຂອງພັກ ໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ, ພ້ອມກັນສືບສານມູນເຊື້ອອັນພິລະອາດຫານ 40 ປີເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ ໃຫ້ໄດ້ຮັບການພັດທະນາໃນທຸກດ້ານຕາມຄໍາຂວັນທີ່ກໍານົດໄວ້ວ່າ: “ເພີ່ມທະວີບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ”.

2. ສືບຕໍ່ຄົ້ນຄວ້າກຳແໜ້ນບັນດາແນວທາງ, ແຜນນະໂຍບາຍ ຂອງພັກວາງອອກ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX ເວົ້າລວມ, ເວົ້າສະເພາະ ມະຕິກອງປະຊຸມໃຫຍ່ຄັ້ງທີ VIl ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງແຂວງບໍລິຄໍາໄຊໃຫ້ເລິກເຊິ່ງເຖິງຖອງໃນໄລຍະທ້າຍສະໄໝເປັນຕົ້ນບັນດາຄາດໝາຍໃນແຕ່ລະຂົງເຂດວຽກງານທີ່ກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງທີ່ຍັງບໍ່ທັນບັນລຸຕາມຄາດໝາຍ.

3. ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຊຸມປີທີ່ຍັງເຫຼືອຮອດທ້າຍສະໄໝ, ຄວນຖອດຖອນບົດຮຽນວ່າອັນໃດຄວນຍູ້ແຮງສົ່ງເສີມຕື່ມ, ຄວນແກ້ໄຂອັນໃດ?; ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ, ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໂດຍມີການອຳນວຍຄວາມສະດວກ, ຄຸ້ມຄອງໃຫ້ໄປຕາມກົດໝາຍ ແລະ ລະບຽບການ; ໃນນັ້ນ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ຕິດພັນກັບການປະຕິບັດ ສອງວາລະແຫ່ງຊາດ ໂດຍສະເພາະບັນດາວຽກຈຸດສຸມຕ່າງໆ, ລົງເລິກຊອກຫາສາເຫດຄວາມຫຍຸ້ງຍາກ ເພື່ອຄົ້ນຄວ້າວິທີການ ແລະ ມາດຕະການແກ້ໄຂບັນດາຂໍ້ຄົງຄ້າງ, ສິ່ງທີ່ຍັງບໍ່ສາມາດປະຕິບັດໃຫ້ບັນລຸຕາມຄາດໝາຍ; ຕ້ອງເອກະພາບສູງ ແລະ ໄປລວງດຽວກັບທິດທີ່ສູນກາງພັກ, ລັດຖະບານວາງອອກ, ບໍ່ລັ່ງເລທໍ້ຖອຍ, ຕ້ອງເດັດດ່ຽວເຮັດແທ້ທຳຈິງ, ຕ້ອງຖືເອົາວຽກງານດັ່ງກ່າວ ເປັນບັ້ນຮົບສຳຄັນ, ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດ ຂອງຄະນະພັກແຕ່ລະຂັ້ນ ໃນການນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດໃຫ້ເຂົ້າສູ່ຕົວຈິງຢ່າງແຂງແຮງ, ເຮັດໃຫ້ມີການຫັນປ່ຽນທີ່ເປັນຮູບປະທໍາແທ້, ຕ້ອງເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກາຍເປັນພັນທະໜ້າທີ່ ແລະ ເປັນຄວາມຮັບຜິດຊອບ ຂອງທົ່ວລະບົບການເມືອງ ແລະ ຂອງໝົດທຸກພາກສ່ວນໃນສັງຄົມຢ່າງແທ້ຈິງ.

4. ສືບຕໍ່ຍູ້ແຮງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຂະຫຍາຍແຫຼ່ງລາຍຮັບໃຫ້ຫຼາຍກວ່າເກົ່າ; ໄປຄຽງຄູ່ກັບເງື່ອນໄຂສະດວກຫຼາຍດ້ານ ຂອງແຂວງ ຕ້ອງມີນະໂຍບາຍທີ່ເອື້ອອໍານວຍຄວາມສະດວກຕໍ່ການລົງທຶນ ແລະ ການໄປ-ມາ, ຄ້າ-ຂາຍໃຫ້ຫຼາຍ ດ້ວຍການກຳນົດນະໂຍບາຍທີ່ສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງ ຂອງແຂວງ ແຕ່ຮັບປະກັນການປະຕິບັດຕາມກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໄປຄຽງຄູ່ກັບການຊຸກຍູ້ສົ່ງເສີມການທ່ອງທ່ຽວທີ່ມີທ່າແຮງ ແລະ ມີຊື່ສຽງຂອງແຂວງໃຫ້ກາຍເປັນຂະແໜງການສົ່ງອອກກັບທີ່ ທີ່ແຂງແຮງກວ່າເກົ່າ, ປະກອບສ່ວນສໍາຄັນເຂົ້າໃນບັນຍາກາດທີ່ກໍານົດເອົາປີ 2024 ເປັນປີທ່ອງທ່ຽວລາວ. ພ້ອມດຽວກັນໃຫ້ສືບຕໍ່ຍູ້ແຮງການຜະລິດສິນຄ້າທີ່ເປັນທ່າແຮງ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກໃຫ້ຫຼາຍ. ເພື່ອຮັບປະກັນຄາດໝາຍທີ່ກ່າວມາຂ້າງເທິງ ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງອໍານວຍຄວາມສະດວກແທ້ໆ, ຫຼີກເວັ້ນການສ້າງຄວາມຫຍຸ້ງຍາກລຳຄານໃຫ້ຜູ້ປະກອບການ, ປະຊາຊົນ ຫຼື ພໍ່ຄ້າ-ຊາວຂາຍໃນການຜະລິດ ແລະ ຈາລະຈອນສິນຄ້າ ເປັນຕົ້ນ: ບັນດາຂອດການເກັບພາສີ, ອາກອນ, ຄ່າທໍານຽມ, ຄ່າຂົນສົ່ງ ແລະ ຄ່າໃຊ້ຈ່າຍໃນການອະນຸມັດຕ່າງໆ ຄວນກໍານົດໃຫ້ໂປ່ງໃສ ແລະ ໃຫ້ເໝາະສົມແທ້, ໃຫ້ຖືເອົາການບໍລິການໃຫ້ຄວາມສະດວກ ຫຼາຍກວ່າການຄຸ້ມຄອງຈໍາກັດຮັດແຄບ ແຕ່ຕ້ອງຮັບປະກັນຜົນປະໂຫຍດ ຂອງຊາດ ແລະ ປະຊາຊົນເປັນຫຼັກ.

5. ສືບຕໍ່ຢຶດໝັ້ນໃນທິດນໍາກ່ຽວກັບການພັດທະນາແບບກົມກຽວ ແລະ ຍືນຍົງລະຫວ່າງການພັດທະນາເສດຖະກິດກັບການພັດທະນາວັດທະນະທໍາ-ສັງຄົມ ລະຫວ່າງຄວາມຈະເລີນ ແລະ ຄວາມຢູ່ດີກິນດີທາງດ້ານວັດຖຸ ກັບການສ້າງຄວາມສີວິໄລ ຫຼື ອາລິຍະທໍາທາງດ້ານຈິດໃຈ, ແນໃສ່ບັນລຸເປົ້າ ໝາຍເຮັດໃຫ້ປະຊາຊົນແຂວງ ມີເງື່ອນໄຂໄດ້ຮັບການພັດທະນາໃນທຸກດ້ານ, ເປັນພົນລະເມືອງທີ່ດີ ຂອງຊາດ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາແຂວງ ໃຫ້ບັນລຸຕາມວິໄສທັດທີ່ກໍານົດໄວ້ວ່າ: “ສ້າງແຂວງບໍລິຄໍາໄຊເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ”.

6. ສືບຕໍ່ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດ 40 ປີ ການສ້າງຕັ້ງແຂວງບໍລິຄຳໄຊ ໃຫ້ທົ່ວເຖິງທຸກເປົ້າໝາຍ, ຮອດຮາກຖານ, ເອົາໃຈໃສ່ປັບປຸງລະບົບອຳນາດລັດແຕ່ແຂວງລົງຮອດຮາກຖານໃຫ້ໂປ່ງໃສ, ໜັກແໜ້ນ, ເຂັ້ມແຂງ, ເຂັ້ມງວດໃນການເຄົາລົບ ແລະ ປະຕິບັດຖືກຕ້ອງຕາມກົດໝາຍແລະ ລະບຽບການຕ່າງໆທີ່ວາງອອກ, ຫັນເຂົ້າສູ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນເລື້ອຍໆ, ຍົກສູງຈິດໃຈຮັບໃຊ້ປະຊາຊົນຕາມມູນເຊື້ອ ຂອງພັກ. ພ້ອມກັນນັ້ນ, ນໍາພາຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນທຸກຂັ້ນເຂົ້າຮ່ວມໃນການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດ 40 ປີ ການສ້າງຕັ້ງແຂວງ ຕາມສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງແຕ່ລະອົງການໃຫ້ມີຊີວິດຊີວາ ແລະ ແຂງແຮງກວ່າເກົ່າ, ສ້າງສະມາຊິກອົງການ ໃຫ້ເປັນແບບຢ່າງນຳໜ້າໃນການປະຕິບັດແນວທາງ ຂອງພັກ ແລະ ກົດໝາຍຂອງລັດ.

7. ສືບຕໍ່ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ດ້ວຍການກໍາແໜ້ນບາດກ້າວ, ຂັ້ນຕອນ, ວິທີການຈັດຕັ້ງປະຕິບັດແຕ່ລະວຽກໃຫ້ລະອຽດບົນພື້ນຖານນັ້ນຕ້ອງສ້າງຄວາມເປັນເອກະພາບສູງພາຍໃນຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດໂດຍສະເພາະໃຫ້ກໍາແໜ້ນເນື້ອໃນ ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ ວ່າດ້ວຍ ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ.

(ຂ່າວ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments